ພັກການເມືອງກຳປູເຈຍ ເລີ່ມອອກຫາສຽງເລືອກຕັ້ງທົ່ວໄປ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ - ອິດສະຫຼະ

ພັກການເມືອງກຳປູເຈຍ ເລີ່ມອອກຫາສຽງເລືອກຕັ້ງທົ່ວໄປ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ກໍລະກົດ 2018 ວ່າ: ບັນດາພັກການເມືອງໃນກຳປູເຈຍ ເລີ່ມອອກຫາສຽງຢ່າງເປັນທາງການແລ້ວ ສຳລັບການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນວັນອາທິດ 29 ກໍລະກົດນີ້ ເຖິງແມ່ນວ່າການເລືອກຕັ້ງແຫ່ງຊາດໃນຄັ້ງນີ້ຈະມີພັກການເມືອງລົງສະໝັກເລືອກຕັ້ງຫຼາຍກວ່າ 20 ພັກ ໃນການຊິງໄຊ 125 ສຽງໃນສະພາ ແຕ່ພັກການເມືອງຂະໜາດໃຫຍ່ແມ່ນມີພຽງພັກດຽວ ນັ້ນກໍ່ຄືພັກປະຊາຊົນກຳປູເຈຍ ທີ່ນຳໂດຍສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີຄົນປັດຈຸບັນ ເຊິ່ງຄອງອຳນາດມາຢ່າງຍາວນານກວ່າ 30 ປີ.



ໃນດ້ານຂອງສົມເດັດ ຮຸນ ເຊນ ອາຍຸ 65 ປີ ກ່າວປາໄສທ່າມກາງກຸ່ມຜູ້ສະໜັບສະໜູນພັກປະຊາຊົນກຳປູເຈຍ ໃນນະຄອນຫຼວງພະນົມເປັນວ່າ ທ່ານສາມາດນຳພາປະເທດຊາດບ້ານເມືອງຜ່ານຜ່າອຸປະສັກ ແລະ ສະຖານະການທີ່ບໍ່ດີຫຼາຍຄັ້ງມາແລ້ວ ເຖິງແມ່ນວ່າຈະມີກຸ່ມຄົນທີ່ບໍ່ຫວັງດີຈາກທັງພາຍໃນ ແລະ ຕ່າງປະເທດທີ່ພະຍາຍາມຂັດຂວາງເສັ້ນທາງແຫ່ງການພັດທະນາຂອງກຳປູເຈຍຫຼາຍປານໃດກໍ່ຕາມ, ເຊິ່ງຜູ້ນຳກຳປູເຈຍຍັງຄົງຫາສຽງດ້ວຍນະໂຍບາຍປະຊານິຍົມເຊັ່ນເດີມ ໂດຍໃນຄັ້ງນີ້ຄືການສ້າງຖະໜົນຫົນທາງ, ສ້າງໂຮງຮຽນ ແລະ ຫຼຸດຄ່າໄຟຟ້າ ແລະ ປິດທ້າຍດ້ວຍຄຳວ່າ “ໄຊຊະນະຂອງພັກປະຊາຊົນກຳປູເຈຍ ຄືໄຊຊະນະຂອງປະຊາຊົນກຳປູເຈຍ”.

ເຖິງຢ່າງໃດກໍ່ຕາມ, ການທີ່ພັກແກນນຳຝ່າຍຄ້ານ ຄືພັກກູ້ຊາດກຳປູເຈຍ ຖືກສານສັ່ງໃຫ້ຍຸບພັກມາຕັ້ງແຕ່ເດືອນພະຈິກ ປີທີ່ຜ່ານມານັ້ນ ໄດ້ກາຍເປັນຄວາມຂັດແຍ່ງລະຫວ່າງລັດຖະບານກຳປູເຈຍ ກັບ ກຸ່ມປະເທດຕາເວັນຕົກ ໂດຍສະເພາະສະຫະລັດ ອາເມຣິກາ ທີ່ເຕືອນວ່າລັດຖະບານສະຫະລັດ ອາເມຣິກາ ອາດບໍ່ຍອມຮັບຜົນການເລືອກຕັ້ງຄັ້ງນີ້ ແລະ ໃນລະຫວ່າງນີ້ກໍ່ໄດ້ຢຸດຕິການຮ່ວມມືຫຼາຍດ້ານກັບໜ່ວຍງານຫຼາຍແຫ່ງຂອງລັດຖະບານກຳປູເຈຍອີກດ້ວຍ.

ຂະນະທີ່, ຄະນະກຳມະການການເລືອກຕັ້ງແຫ່ງຊາດຂອງກຳປູເຈຍ ກໍ່ໄດ້ເຊີນຄະນະຜູ້ສັງເກດການຈາກປະເທດຕ່າງໆ 50,000 ຄົນ ເຂົ້າຮ່ວມສັງເກດການການເລືອກຕັ້ງຄັ້ງນີ້ ທີ່ລວມໄປເຖິງ ຈີນ, ສິງກະໂປ, ມຽນມາ ແລະ ໄທ.

No comments

Powered by Blogger.