ເກົາຫຼີເໜືອ ບໍ່ພໍໃຈຜົນການເຈລະຈາຫຼ້າສຸດກັບ ສ.ອາເມຣິກາ ເພາະຂໍ້ຮຽກຮ້ອງເປັນການເອົາປຽບເກີນໄປ - ອິດສະຫຼະ

ເກົາຫຼີເໜືອ ບໍ່ພໍໃຈຜົນການເຈລະຈາຫຼ້າສຸດກັບ ສ.ອາເມຣິກາ ເພາະຂໍ້ຮຽກຮ້ອງເປັນການເອົາປຽບເກີນໄປ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ກໍລະກົດ 2018 ທີ່ຜ່ານມາວ່າ: ກະຊວງການຕ່າງປະເທດເກົາຫຼີເໜືອອອກຖະແຫຼງການ ບໍ່ພໍເທົ່າໃດຊົ່ວໂມງພາຍຫຼັງທີ່ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ສຳເລັດການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ຂອງເກົາຫຼີເໜືອເມື່ອວັນທີ 6-7 ກໍລະກົດ ທີ່ຜ່ານມາ ແລະ ໄດ້ພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ ແຕ່ບໍ່ໄດ້ພົບກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແຕ່ກໍ່ຍັງມີພາລະກິດທີ່ສະຫະລັດ ອາເມຣິກາ ຈະຕ້ອງປຶກສາຫາລືກັບເກົາຫຼີເໜືອອີກຄັ້ງ ໃນເລື່ອງຂອງການປົດອາວຸດນິວເຄຼຍ ແລະ ການຮັບຄືນສິ່ງເສດເຫຼືອ ແລະ ກະດູກທະຫານອາເມຣິກາທີ່ຫາຍສາບສູນເມື່ອປາງສົງຄາມເກົາຫຼີ.

ໂດຍຖະແຫຼງການລະບຸວ່າ: ເກົາຫຼີເໜືອເສຍໃຈເປັນຢ່າງຍິ່ງກັບການເດີນທາງມາຢ້ຽມຢາມນະຄອນຫຼວງປຽງຢາງຂອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາໃນຄັ້ງນີ້ ເພາະສະຫະລັດ ອາເມຣິກາບໍ່ຊື່ສັດຕໍ່ມະຕິຂອງກອງປະຊຸມສຸດຍອດທີ່ສິງກະໂປ ເມື່ອເດືອນມິຖຸນາທີ່ຜ່ານມາ ລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບທ່ານ ຄິມ ຈອງ-ອຶນ ດ້ວຍການຮຽກຮ້ອງແຕ່ພຽງຝ່າຍດຽວໃນລັກສະນະທີ່ເອົາປຽບ ໂດຍສະເພາະໃນບັນຫາການປົດອາວຸດນິວເຄຼຍແບບສົມບູນ ທີ່ສາມາດກວດສອບໄດ້ ແລະ ບໍ່ໃຫ້ອາວຸດນິວເຄຼຍຂອງເກົາຫຼີເໜືອສາມາດຫວນຄືນກັບມາໃຊ້ໄດ້ອີກ, ຜົນການເຈລະຈາດັ່ງກ່າວເປັນທີ່ໜ້າຕົກໃຈຫຼາຍ ເພາະມັນອາດນຳໄປສູ່ຂັ້ນຕອນທີ່ເປັນອັນຕະລາຍຕໍ່ເກົາຫຼີເໜືອ ແລະ ກະທົບຕໍ່ເຈດຕະນາທີ່ແທ້ຈິງຂອງເກົາຫຼີເໜືອໃນການປົດອາວຸດນິວເຄຼຍ, ເກົາຫຼີເໜືອຄາດຫວັງວ່າສະຫະລັດ ອາເມຣິກາ ຈະສະເໜີມາດຕະການທີ່ສ້າງສັນກວ່ານີ້ ທີ່ຈະຊ່ວຍສ້າງຄວາມໄວ້ວາງໃຈຕໍ່ກັນ ໂດຍຢຶດຖືເນື້ອໃນຈິດໃຈຂອງກອງປະຊຸມສຸດຍອດລະຫວ່າງສອງຜູ້ນຳ.


ສ່ວນທ່ານ ໄມ ພອມແພວ ກ່າວກັບນັກຂ່າວກ່ອນຂຶ້ນຍົນເດີນທາງອອກຈາກນະຄອນຫຼວງປຽງຢາງວ່າ ການປຶກສາຫາລືຂອງທ່ານ ກັບ ທ່ານ ຄິມ ຢອງ-ຊອນ ເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ ແລະ ເປັນມືຂວາຂອງທ່ານ ຄິມ ຈອງ-ອຶນນັ້ນ ໄດ້ຜົນ ແລະ ນຳມາເຊິ່ງຄວາມເຊື່ອໝັ້ນ ແລະ ມີຄວາມຄືບໜ້າໃນບາງບັນຫາ, ເຖິງຢ່າງໃດກໍ່ຕາມ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາຍັງກ່າວຢ້ຳອີກວ່າ ຍັງມີບາງໜ້າວຽກທີ່ຕ້ອງປະຕິບັດ ສ່ວນໃຫຍ່ແລ້ວຈະເປັນໜ້າທີ່ຂອງຄະນະປະຕິບັດງານຮ່ວມຂອງສອງຝ່າຍ ທີ່ໄດ້ມີການຈັດຕັ້ງຂຶ້ນມາ ເພື່ອພິຈາລະນາໃນບັນຫາສຳຄັນສຳຄັນເປັນການສະເພາະ, ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອໄດ້ກຳນົດວັນພົບປະຫາລືກັນໃໝ່ອີກຄັ້ງ ໃນວັນທີ 12 ກໍລະກົດ ທີ່ຈະມາເຖິງນີ້ ເຊິ່ງອາດໃຊ້ເວລາປະມານ 1-2 ວັນ.

No comments

Powered by Blogger.