ເກີດເຫດລະເບີດຢ່າງຮຸນແຮງໃນນະຄອນຫຼວງໂມກາດິຊູ ເສຍຊີວິດແລ້ວ 5 ຄົນ - ອິດສະຫຼະ

ເກີດເຫດລະເບີດຢ່າງຮຸນແຮງໃນນະຄອນຫຼວງໂມກາດິຊູ ເສຍຊີວິດແລ້ວ 5 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2018 ວ່າ: ເກີດເຫດລະເບີດຢ່າງຮຸນແຮງສອງຄັ້ງ ທີ່ມີເປົ້າໝາຍໂຈມຕີກະຊວງຄວາມໝັ້ນຄົງພາຍໃນຂອງໂຊມາລີ ໃນນະຄອນຫຼວງໂມກາດິຊູ ເມື່ອຕອນເຊົ້າຂອງວັນເສົານີ້ ຕາມເວລາທ້ອງຖິ່ນ.

ທ່ານ ອິບຣາ ຮິມ ໂມຮຳເໝັດ ຜູ້ບັນຊາການຕຳຫຼວດຂອງໂຊມາລີເປີດເຜີຍວ່າ ເຫດລະເບີດຮຸນແຮງສອງຄັ້ງດັ່ງກ່າວ ມີເປົ້າໝາຍຄືກະຊວງຄວາມໝັ້ນຄົງພາຍໃນໂຊມາລີ ແລະ ຢູ່ໃກ້ກັບສະພາ ໃນນະຄອນຫຼວງໂມກາດິຊູ ແຮງລະເບີດເຮັດໃຫ້ມີປະຊາຊົນເສຍຊີວິດ 5 ຄົນ ແລະ ບາດເຈັບອີກຫຼາຍກວ່າ 10 ຄົນ.

ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງເປີດເຜີຍວ່າ ຄົນຮ້າຍທີ່ກໍ່ເຫດມີ 4 ຄົນ, ເປັນມືວາງລະເບີດຂ້າຕົວຕາຍ 1 ຄົນ ແລະ ອີກ 3 ຄົນມີອາວຸດປືນ.

ຖະແຫຼງການຜ່ານເວັບໄຊທ໌ຂອງກຸ່ມຫົວຮຸນແຮງລະບຸວ່າ ກຸ່ມຫົວຮຸນແຮງອັນ-ຊາບັບ ເຄືອຂ່າຍຂອງກຸ່ມກໍ່ການຮ້າຍອັນ-ກໍອິດະ ໄດ້ອອກມາປະກາດອ້າງຄວາມຮັບຜິດຊອບເຫດໂຈມຕີຄັ້ງຫຼ້າສຸດນີ້ ເພື່ອຫາທາງລົ້ມລ້າງອຳນາດລັດຖະບານໂຊມາລີທີ່ມີນານາຊາດໃຫ້ການສະໜັບສະໜູນໃນໄລຍະ 10 ປີທີ່ຜ່ານມາ.





No comments

Powered by Blogger.