ກຸ່ມກະບົດຍອມແພ້ ໃນບັ້ນຮົບໂຈມຕີທວງຄືນແຂວງດາຣາ ຈາກກອງທັບຊີຣີ ທີ່ລັດເຊຍສະໜັບສະໜູນ - ອິດສະຫຼະ

ກຸ່ມກະບົດຍອມແພ້ ໃນບັ້ນຮົບໂຈມຕີທວງຄືນແຂວງດາຣາ ຈາກກອງທັບຊີຣີ ທີ່ລັດເຊຍສະໜັບສະໜູນ



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2018 ວ່າ: ສຳນັກຂ່າວຊານາ ກະບອກສຽງຂອງລັດຖະບານຊີຣີ ລາຍງານເມື່ອວັນສຸກທີ່ຜ່ານມາວ່າ ຜູ້ແທນເຈລະຈາຂອງລັດຖະບານຊີຣີສາມາດບັນລຸຂໍ້ຕົກລົງ ກັບ ກຸ່ມກໍ່ການຮ້າຍໃນແຂວງດາຣາ ເຊິ່ງຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຊີຣີ, ຂໍ້ຕົກລົງດັ່ງກ່າວນັ້ນແມ່ນລວມໄປເຖິງການທີ່ກຸ່ມກໍ່ການຮ້າຍທີ່ຫຼົບລີ້ຢູ່ໃນທຸກເມືອງຂອງແຂວງດາຣາ ຈະຕ້ອງສົ່ງມອບອາວຸດໜັກ ແລະ ອາວຸດຂະໜາດກາງໃຫ້ກັບເຈົ້າໜ້າທີ່ຂອງລັດຖະບານຊີຣີ ຫຼັງຈາກນັ້ນສະມາຊິກກຸ່ມກະບົດຄົນໃດທີ່ມີຄວາມຕ້ອງການຢາກອາໄສຢູ່ໃນແຂວງດາຣາຕໍ່ໄປກໍ່ສາມາດເຮັດໄດ້ ແຕ່ຈະມີການອຳນວຍຄວາມສະດວກໃຫ້ກັບຜູ້ທີ່ບໍ່ຕ້ອງການເຊັ່ນກັນ ດ້ວຍການອົບພະຍົບໄປຍັງແຂວງອິດລິບທີ່ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ ທີ່ຍັງເປັນເຂດອິດທິພົນຂອງຝ່າຍກະບົດ.


ຂະນະດຽວກັນມີລາຍງານບັນຍາກາດຢູ່ບໍລິເວນຈຸດຜ່ານແດນນາຊີບ ເຊິ່ງຢູ່ທາງພາກໃຕ້ສຸດຂອງເມືອງດາຣາ ແລະ ເຊື່ອມຈອດກັບພາກເໜືອຂອງຊອກດານີ (ຈໍແດນ) ວ່າມີການສະເຫຼີມສະຫຼອງຂອງທະຫານ ແລະ ປະຊາຊົນໃນພື້ນທີ່ດັ່ງກ່າວ ທີ່ຮວມຕົວກັນເຊີນທຸງຊາດຊີຣີຂຶ້ນສູ່ຍອດເສົາບໍລິເວນດ່ານກວດນາຊີບໄດ້ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ກຸ່ມກະບົດເຂົ້າມາຢຶດຄອງພື້ນທີ່ສ່ວນໃຫຍ່ຂອງແຂວງດາຣາ ເມື່ອປີ 2015.


ການເຄື່ອນໄຫວຄັ້ງສຳຄັນດັ່ງກ່າວເກີດຂຶ້ນພາຍຫຼັງທີ່ກອງທັບຊີຣີ ທີ່ໄດ້ຮັບການສະໜັບສະໜູນຈາກປະຕິບັດການໂຈມຕີທາງອາກາດຂອງກອງທັບລັດເຊຍ ເພື່ອເປີດທາງໃຫ້ກັບປະຕິບັດການໂຈມຕີພາກພື້ນດິນໃນແຂວງດາຣາ ເມື່ອວັນທີ 19 ມິຖຸນາ ທີ່ຜ່ານມາ ມີຜູ້ເສຍຊີວິດຈາກການສູ້ຮົບຫຼາຍກວ່າ 100 ຄົນ ແລະ ປະຊາຊົນຫຼາຍກວ່າ 320,000 ຄົນ ຕ້ອງອົບພະຍົບໜີໄພສົງຄາມ ແຕ່ລາຍງານຂອງສຳນັກຂ່າວຊານາຍັງລະບຸອີກວ່າ ປະຊາຊົນໃນແຂວງດາຣາທີ່ປ່ອຍປະບ້ານເຮືອນໄປ ຈະສາມາດເດີນທາງກັບໄດ້ໃນອີກບໍ່ດົນນີ້.

ໃນດ້ານຂອງສະຫະລັດ ອາເມຣິກາ ທີ່ໃຫ້ການສະໜັບສະໜູນກອງກຳລັງຕໍ່ຕ້ານລັດຖະບານຊີຣີ ທີ່ລວມໄປເຖິງກອງທັບປົດປ່ອຍຊີຣີ ຍັງບໍ່ສະແດງທ່າທີຕໍ່ສະຖານະການທີ່ເກີດຂຶ້ນ, ເຊິ່ງການທີ່ກອງທັບຊີຣີສາມາດຢຶດແຂວງດາຣາກັບຄືນໄດ້ສຳເລັດ ຈະຖືເປັນໄຊຊະນະທາງສັນຍາລັກຂອງທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຊີຣີ ໃນສົງຄາມກາງເມືອງຄັ້ງນີ້ ເນື່ອງຈາກເມືອງດາຣາຖືເປັນຈຸດເລີ່ມຕົ້ນຂອງການປະທ້ວງຕໍ່ຕ້ານລັດຖະບານ ທີ່ບານປາຍໄປທົ່ວປະເທດຈົນກາຍເປັນການສູ້ຮົບຢ່າງນອງເລືອດມາຕັ້ງແຕ່ເດືອນມີນາ 2011 ແລະ ແຂວງດາຣາຍັງມີຊາຍແດນເຊື່ອມຈອດກັບຊອກດານີ ໂດຍມີຈຸດຜ່ານແດນນາຊີບເປັນເສັ້ນທາງລຳລຽງສິນຄ້າສາຍສຳຄັນໃນພາກຕາເວັນຕົກ ແລະ ພາກໃຕ້ ແລະ ຍັງຢູ່ໃກ້ກັບພູພຽງໂກລັນ ທີ່ເປັນພື້ນທີ່ຄວາມຂັດແຍ່ງລະຫວ່າຊີຣີ ແລະ ອິດສະຣາແອນອີກດ້ວຍ.

No comments

Powered by Blogger.