ຄື້ນຄວາມຮ້ອນພັດປົກຄຸມການາດາ ເສຍຊີວິດແລ້ວກວ່າ 50 ຄົນ - ອິດສະຫຼະ

ຄື້ນຄວາມຮ້ອນພັດປົກຄຸມການາດາ ເສຍຊີວິດແລ້ວກວ່າ 50 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2018 ວ່າ: ສຳນັກງານສາທາລະນະສຸກແຫ່ງລັດຄວິເບກ ປະເທດການາດາ ລາຍງານຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງຄື້ນຄວາມຮ້ອນ ທີ່ແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງພາກຕາເວັນອອກຂອງການາດາເກືອບ 1 ອາທິດທີ່ຜ່ານມາ ວ່າເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນຢ່າງໜ້ອຍ 54 ຄົນແລ້ວ ພົບຫຼາຍທີ່ສຸດໃນເມືອງມອນທີອອນ ເຊິ່ງເປັນເມືອງເອກຂອງລັດຄວິເບກ ທີ່ມີຜູ້ເສຍຊີວິດ 28 ຄົນ ສ່ວນໃຫຍ່ເປັນຜູ້ຊາຍ ແລະ ມີອາຍຸ 50 ປີຂຶ້ນໄປ.
ນອກຈາກນີ້, ລັດອອນແທຣີໂອ ທີ່ຢູ່ຕິດກັບລັດຄວິເບກກຳລັງປະເຊີນກັບຄື້ນຄວາມຮ້ອນເຊັ່ນກັນ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ, ເຖິງຢ່າງໃດກໍ່ຕາມ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດການາດາ ພະຍາກອນອຸນຫະພູມສະເລ່ຍຂອງປະເທດ ໂດຍສະເພາະໃນພາກກາງ ແລະ ພາກຕາເວັນອອກວ່າ ຈະເຢັນຂຶ້ນໂດຍຢູ່ທີ່ 23 ເຖິງ 25 ອົງສາເຊ ພາຍຫຼັງທີ່ຂຶ້ນສູງເຖິງ 33.8 ອົງສາ ເມື່ອວັນພະຫັດທີ່ຜ່ານມາ ແຕ່ຄວາມຊຸ່ມໃນອາກາດອາດເຮັດໃຫ້ຮູ້ສຶກຄືກັບວ່າຢູ່ທ່າມກາງອຸນຫະພູມ 45 ອົງສາເຊ, ໃນດ້ານຂອງທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ລົງຂໍ້ຄວາມໃນ Twitter ສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ເສຍຊີວິດ ແລະ ເຕືອນໃຫ້ປະຊາຊົນເພີ່ມການຮັກສາສຸຂະພາບ.

ອີກຢ່າງໜຶ່ງ, ການາດາເຄີຍປະເຊີນກັບອິດທິພົນຈາກຄື້ນຄວາມຮ້ອນຄັ້ງຮຸນແຮງມາແລ້ວ ເມື່ອຄື 2010 ສົ່ງຜົນໃຫ້ມີຜູ້ເສຍຊີວິດປະມານ 100​ ຄົນ ສະເພາະຢູ່ທີ່ເມືອງມອນທຣີອອນ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງປະເທດ ຮອງຈາກເມືອງໂຕຣອນໂຕ ທີ່ຢູ່ພາກໃຕ້ຂອງການາດາ.



No comments

Powered by Blogger.