ລັດເຊຍປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກ ສ.ອາເມຣິກາ ສູງສຸດເຖິງ 40% - ອິດສະຫຼະ

ລັດເຊຍປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກ ສ.ອາເມຣິກາ ສູງສຸດເຖິງ 40%



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2018 ວ່າ: ກະຊວງເສດຖະກິດຂອງລັດເຊຍ ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ວ່າທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີລັດເຊຍ ໄດ້ລົງນາມໃນຄຳສັ່ງຂຶ້ນພາສີສິນຄ້ານຳເຂົ້າຈາກສະຫະລັດ ອາເມຣິກາ ໃນອັດຕາລະຫວ່າງ 25%-40% ໂດຍຜະລິດຕະພັນສ່ວນໃຫຍ່ທີ່ຈະໄດ້ຮັບຜົນກະທົບຄືສິນຄ້າກ່ຽວກັບການກໍ່ສ້າງ, ວັດສະດຸອຸປະກອນພື້ນຖານສຳລັບການກໍ່ສ້າງ ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບອຸດສາຫະກຳນ້ຳມັນ ແລະ ແກັດທຳມະຊາດ.

ເຊິ່ງລາຍງານຂອງລັດຖະບານລັດເຊຍລະບຸວ່າ: ລັດເຊຍສາມາດຜະລິດສິນຄ້າດັ່ງກ່າວໄດ້ເພີ່ມຂຶ້ນແລ້ວ ແລະ ການຂຶ້ນພາສີສິນຄ້າເຫຼົ່ານີ້ຂອງສະຫະລັດ ອາເມຣິກາ ກໍ່ເພື່ອເປັນການທົດແທນສ່ວນຕ່າງທີ່ສູນເສຍໄປປະມານ 537.6 ລ້ານໂດລາສະຫະລັດ ຈາກການທີ່ລັດຖະບານສະຫະລັດ ອາເມຣິກາ ຕັ້ງກຳແພງພາສີເຫຼັກ 25% ແລະ ອະລູມິນຽມ 10% ເມື່ອເດືອນມີນາ ທີ່ຜ່ານມາ.

ການເຄື່ອນໄຫວດັ່ງກ່າວຂອງລັດເຊຍ ເກີດຂຶ້ນໃນວັນດຽວກັນກັບທີ່ສະຫະລັດ ອາເມຣິກາ ແລະ ຈີນ ເຊິ່ງເປັນປະເທດມະຫາອຳນາດທາງເສດຖະກິດອັນດັບ 1 ແລະ 2 ຂອງໂລກ ເປີດສາກສົງຄາມການຄ້າຕໍ່ກັນຢ່າງເປັນທາງການ ດ້ວຍການຕັ້ງກຳແພງພາສີ ໃນລະດັບເທົ່າທຽມກັນຄື ອັດຕາ 25% ຄິດໄລ່ເປັນມູນຄ່າ 34,000 ລ້ານໂດລາສະຫະລັດ, ໂດຍກຳແພງພາສີຂອງສະຫະລັດ ອາເມຣິກາ ເນັ້ນໄປທີ່ສິນຄ້າອິເລັກໂຕຣນິກ ແລະ ເຕັກໂນໂລຊີຂອງຈີນ ທີ່ຢູ່ໃນໂຄງການ Made in China 2025, ຂະນະທີ່ກຳແພງພາສີຂອງຈີນຕໍ່ຜະລິດຕະພັນຂອງສະຫະລັດ ອາເມຣິກາ ເນັ້ນໄປທີ່ສິນຄ້າກະສິກຳ ແລະ ຍານພາຫະນະ ໂດຍສະເພາະຖົ່ວເຫຼືອງ,​ ຊີ້ນສັດແຊ່ແຂງ, ສິນຄ້າປະມົງ ແລະ ໝາກໄມ້ສົດຫຼາຍຊະນິດ.

ເຖິງຢ່າງໃດກໍ່ຕາມ, ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອເດືອນທີ່ຜ່ານມາວ່າ ຫາກຈີນມີມາດຕະການຕອບໂຕ້ກຳແພງພາສີຂອງສະຫະລັດ ອາເມຣິກາ ທ່ານຈະຮຽກເກັບພາສີສິນຄ້າອີກຫຼາຍຊະນິດຂອງຈີນເພີ່ມອີກ 10% ຄິດໄລ່ເປັນມູນຄ່າສູງເຖິງ 200,000 ລ້ານໂດລາສະຫະລັດ ແລະ ສຸດທ້າຍແລ້ວກຳແພງພາສີຂອງສະຫະລັດ ອາເມຣິກາຕໍ່ຈີນອາດມີມູນຄ່າສູງເຖິງ 450,000 ລ້ານໂດລາສະຫະລັດ ເກືອບເທົ່າກັບມູນຄ່າສິນຄ້າທີ່ສະຫະລັດ ອາເມຣິກາ ນຳເຂົ້າຈາກຈີນຕໍ່ປີໃນປັດຈຸບັນ, ໃນດ້ານຂອງກະຊວງການຄ້າຂອງຈີນເຕືອນວ່າ ສົງຄາມການຄ້າບໍ່ແມ່ນທາງອອກຄວາມຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ ແລະ ຈີນ ແຕ່ລັດຖະບານຈີນພ້ອມຕອບໂຕ້ທຸກຮູບແບບຂອງລັດຖະບານສະຫະລັດ ອາເມຣິກາໃນລະດັບທີ່ເທົ່າທຽມກັນ.

No comments

Powered by Blogger.