ຍີ່ປຸ່ນຝົນຕົກໜັກເປັນຄັ້ງປະຫວັດສາດ ອົບພະຍົບກວ່າ 2 ລ້ານຄົນ ແລະ ເສຍຊີວິດແລ້ວ 24 ຄົນ - ອິດສະຫຼະ

ຍີ່ປຸ່ນຝົນຕົກໜັກເປັນຄັ້ງປະຫວັດສາດ ອົບພະຍົບກວ່າ 2 ລ້ານຄົນ ແລະ ເສຍຊີວິດແລ້ວ 24 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2018 ວ່າ: ທາງການຍີ່ປຸ່ນສັ່ງອົບພະຍົບປະຊາຊົນອອກຈາກບ້ານເຮືອນກວ່າ 2 ລ້ານຄົນ ເມື່ອວັນສຸກ ທີ 6 ກໍລະກົດ ທີ່ຜ່ານມາ ໃນພາກຕາເວັນຕົກ ແລະ ພາກກາງຂອງປະເທດ ພາຍຫຼັງທີ່ມີຝົນຕົກລົງມາຢ່າງໜັກເປັນປະຫວັດສາດ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນ້ຳໃນແມ່ນ້ຳຫຼາຍສາຍລົ້ນຖ້ວມຝັ່ງ ແລະ ດິນພູເຈື່ອນ, ຫຼ້າສຸດມີຜູ້ເສຍຊີວິດແລ້ວ 24 ຄົນ ແລະ ສູນຫາຍ 50 ຄົນ.

ສຳນັກອຸຕິນິຍົມວິທະຍາຍີ່ປຸ່ນ ໄດ້ອອກປະກາດເຕືອນໄພພິເສດຂັ້ນສູງສຸດ ກ່ຽວກັບຝົນຕົກຄັ້ງຮຸນແຮງໃນປະຫວັດສາດ ຢູ່ແຂວງຟຸກຸໂອກະ, ແຂວງຊາງະ ແລະ ແຂວງນາງາຊາກິ ແລະ ຝົນຈະຕົກໜັກຢູ່ພາກຕາເວັນຕົກ ແລະ ພາກກາງຂອງປະເທດຕໍ່ໄປອີກຈົນເຖິງວັນອາທິດນີ້ ເຮັດໃຫ້ມີຄວາມສ່ຽງຕໍ່ອັນຕະລາຍຫຼາຍຂຶ້ນຈາກດິນເຈື່ອນ ແລະ ກະແສນ້ຳໄຫຼຊຸກະທັນຫັນ.


ເຊິ່ງສ່ວນໜຶ່ງຂອງເກາະໃຫຍ່ຮອນຊູ ມີຝົນຕົກໜັກກວ່າປົກກະຕິໃນເດືອນກໍລະກົດ ເຖິງ 2 ເທົ່າເມື່ອວັນສຸກທີ່ຜ່ານມາ ຝົນຕົກລົງມາບໍ່ຢຸດຕະຫຼອດທັງວັນ ແລະ ທາງການກໍ່ປະກາດອົບພະຍົມປະຊາຊົນຄັ້ງໃໝ່ ເຮັດໃຫ້ຈຳນວນປະຊາຊົນທີ່ຕ້ອງອອກຈາກບ້ານເຮືອນທີ່ຢູ່ອາໄສ ເພີ່ມຂຶ້ນເປັນກວ່າ 2 ລ້ານຄົນ ສ່ວນໃຫຍ່ຢູ່ພາກຕາເວັນຕົກ ແລະ ພາກກາງ, ໂດຍສະເພາະໃນເຂດແຂວງກຽວໂຕ ແລະ ພື້ນທີ່ໂດຍຮອບ.

ນອກຈາກນີ້, ລົດໄຟໂດຍສານທົ່ວພາກຕາເວັນຕົກ ແລະ ພາກກາງ ໄດ້ຢຸດໃຫ້ບໍລິການຊົ່ວຄາວຫຼາຍສາຍ ລວມເຖິງຫຼາຍຊ່ວງລົດໄຟຄວາມໄວສູງຊິນກັງເຊັນ.





No comments

Powered by Blogger.