ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຢ້ຽມຢາມເກົາຫຼີເໜືອ ຄັ້ງທີ 3 ເລີ່ມຂະບວນການປົດນິວເຄຼຍ ຢູ່ແຫຼມເກົຫຼີ - ອິດສະຫຼະ

ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຢ້ຽມຢາມເກົາຫຼີເໜືອ ຄັ້ງທີ 3 ເລີ່ມຂະບວນການປົດນິວເຄຼຍ ຢູ່ແຫຼມເກົຫຼີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ນາຍພົນ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ແລະ ເປັນມືຂວາຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ໃຫ້ການຕ້ອນຮັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ເດີນທາງຢ້ຽມຢາມເກົາຫຼີເໜືອ ເປັນຄັ້ງທີ 3 ແລ້ວ ພາຍໃນໄລຍະເວລາພຽງບໍ່ພໍເທົ່າໃດເດືອນ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ.

ການຢ້ຽມຢາມນະຄອນຫຼວງປຽງຢາງຂອງທ່ານ ໄມ ພອມແພວ ໃນຄັ້ງນີ້ຖືເປັນຄັ້ງທຳອິດ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ລາຍລະອຽດຂອງການພົບປະຫາລືຄັ້ງນີ້ຍັງບໍ່ໄດ້ຮັບການເປີດເຜີຍ ເຖິງແມ່ນວ່າກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຈະອອກຖະແຫຼງການ ແຕ່ກໍ່ມີເນື້ອໃນພຽງວ່າ: ຄະນະຜູ້ແທນເຈລະຈາຂອງລັດຖະບານສະຫະລັດ ອາເມຣິກາ ແລະ ລັດຖະບານເກົາຫຼີເໜືອ ເຫັນດີຮ່ວມກັນຈັດຕັ້ງຄະນະປະຕິບັດງານ ເພື່ອບັນລຸເປົ້າໝາຍໃນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ການດຳເນີນການສົ່ງມອບກະດູກທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມເກົາຫຼີໃຫ້ແກ່ທາງການສະຫະລັດ ອາເມຣິກາ.






No comments

Powered by Blogger.