ຈີນຕອບໂຕ້ສົງຄາມການຄ້າ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເສດຖະກິດໂລກ ກັບ ສ.ອາເມຣິກາ - ອິດສະຫຼະ

ຈີນຕອບໂຕ້ສົງຄາມການຄ້າ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເສດຖະກິດໂລກ ກັບ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຂອງຈີນຖະແຫຼງເມື່ອວັນສຸກ ທີ່ຜ່ານມາວ່າ ມາດຕະການຂອງຈີນໃນການຕອບໂຕ້ກຳແພງພາສີຂອງສະຫະລັດ ອາເມຣິກາ ມີຜົນບັງຄັບໃຊ້ແລ້ວທັນທີ ແລະ ມີມູນຄ່າເທົ່າກັນ ນັ້ນກໍ່ຄື 34,000 ລ້ານໂດລາສະຫະລັດ ໂດຍປະຕິເສດລົງລາຍລະອຽດເພີ່ມເຕີມ, ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນເວລາດຽວກັນກັບທີ່ມາດຕະການກຳແພງພາສີຂອງສະຫະລັດ ອາເມຣິກາຕໍ່ສິນຄ້າຈາກຈີນ 818 ລາຍການ ຕ້ອງເສຍພາສີໃນອັດຕາ 25% ຄິດໄລ່ເປັນມູນຄ່າ 34,000 ລ້ານໂດລາສະຫະລັດ ມີຜົນບັງຄັບໃຊ້ແລ້ວຢ່າງເປັນທາງການ ເມື່ອເວລາ 12:01 ໂມງ ຂອງວັນສຸກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນໃນນະຄອນຫຼວງປັກກິ່ງ ຫື 00:01 ໂມງ ຕາມເວລາທ້ອງຖິ່ນໃນນະຄອນຫຼວງວໍຊິງຕັນ ສ່ວນໃຫຍ່ແມ່ນເນັ້ນເປົ້າໄປທີ່ສິນຄ້າເຕັກໂນໂລຊີ ແລະ ອິເລັກໂຕຣນິກ ໃນໂຄງການ Made in China 2025.

ຂະນະທີ່ກະຊວງການຄ້າຂອງຈີນໄດ້ອອກຖະແຫຼງການປະນາມລັດຖະບານສະຫະລັດ ອາເມຣິກາ ວ່າລະເມີດລະບຽບການຄ້າລະຫວ່າງປະເທດຕາມກອບຂອງອົງການການຄ້າໂລກ (WTO) ແລະ ເປັນຜູ້ເລີ່ມຕົ້ນສົງຄາມການຄ້າຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເສດຖະກິດໂລກ ພ້ອມທັງເຕືອນວ່າກຳແພງພາສີຂອງສະຫະລັດ ອາເມຣິກາຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຕ່ອງໂຊ້ອຸປະທານຂອງໂລກ.

ເຖິງຢ່າງໃດກໍ່ຕາມ, ຫວນຄືກັບໄປເມື່ອກາງເດືອນທີ່ຜ່ານມາ, ລັດຖະບານຈີນໄດ້ປະກາດລາຍຊື່ສິນຄ້າຂອງສະຫະລັດ ອາເມຣິກາ 545 ລາຍການ ຕ້ອງຈ່າຍພາສີໃນອັດຕາ 25% ລວມມູນຄ່າ 34,000 ລ້ານໂດລາສະຫະລັດ ແລະ ຈະມີຜົນນັບຕັ້ງແຕ່ວັນທີ 6 ກໍລະກົດ ນີ້ເຊັ່ນກັນ, ສ່ວນໃຫຍ່ເປັນສິນຄ້າກະສິກຳ ລວມເຖິງຖົ່ວເຫຼືອງເຊິ່ງເປັນຜະລິດຕະພັນທີ່ຈີນເປັນຕະຫຼາດໃຫຍ່ທີ່ສຸດຂອງສະຫະລັດ ອາເມຣິກາ, ສິນຄ້າປະມົງ ແລະ ຍານພາຫະນະ.

ນອກຈາກນີ້, ຈີນໄດ້ຕັ້ງກຳແພງພາສີສິນຄ້າຂອງສະຫະລັດ ອາເມຣິກາຈຳນວນ 128 ລາຍການ ເມື່ອວັນທີ 1 ເມສາ 2018 ທີ່ຜ່ານມາ, ເພື່ອຕອບໂຕ້ທີ່ສະຫະລັດ ອາເມຣິກາເພີ່ມກຳແພງພາສີ 25% ແລະ 10% ສຳລັບຜະລິດຕະພັນເຫຼັກ ແລະ ອະລູມິນຽມ ເຊິ່ງຈີນເປັນປະເທດຜູ້ສົ່ງອອກສິນຄ້າທັງສອງຊະນິດເປັນລາຍໃຫຍ່ສຸດຂອງໂລກ, ໂດຍກຳແພງພາສີສູງສຸດ 25% ຄວບຄຸມສິນຄ້າ 8 ລາຍການ ລວມໄປເຖິງຊີ້ນສັດແຊ່ແຂງ ແລະ ຜະລິດຕະພັນອະລູມິນຽມ, ສ່ວນອີກ 120 ລາຍການລວມມີເຫຼົ້າໄວ, ໝາກໄມ້ແຫ້ງ, ໝາກໄມ້ສົດ, ຖົ່ວເປືອກແຂງ ແລະ ທໍ່ເຫຼັກ ຈະຕ້ອງຈ່າຍພາສີ 15%.

No comments

Powered by Blogger.