ຍີ່ປຸ່ນປະຫານແຂວນຄໍ ພວກລັດທິຫົວຮຸນແຮງໂອມຊິນຣິກຽວ 7 ຄົນ - ອິດສະຫຼະ

ຍີ່ປຸ່ນປະຫານແຂວນຄໍ ພວກລັດທິຫົວຮຸນແຮງໂອມຊິນຣິກຽວ 7 ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກໍລະກົດ 2018 ທີ່ຜ່ານມາວ່າ: ທາງການຍີ່ປຸ່ນໄດ້ປະຫານຊີວິດ ຊິສຶໂອະ ມັດສຶໂມໂຕະ ອາຍຸ 63 ປີ ແຕ່ເປັນທີ່ຮູ້ຈັກກັນໂດຍທົ່ວໄປໃນຊື່ ໂຊໂກະ ອາຊາຮາຣະ ໃນຖານະຜູ້ກໍ່ຕັ້ງ ແລະ ອະດີດຜູ້ນຳທາງຈິດວິນຍານຂອງລັດທິໂອມຊິນຣິກຽວ ເຊິ່ງການປະຫານຊີວິດອາຊາຮາຣະ ແມ່ນໃຊ້ວິທີແຂວນຄໍ ເມື່ອຕອນເຊົ້າຂອງວັນສຸກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ, ຈາກການຢູ່ເບື້ອງຫຼັງເຫດໂຈມຕີດ້ວຍແກັດພິດຊາຣິນ ໃນສະຖານນີລົດໄຟໃຕ້ດິນ ນະຄອນຫຼວງໂຕກຽວ ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ເມື່ອ 23 ປີທີ່ຜ່ານມາ.


ນອກເໜືອຈາກອາຊາຮາຣະແລ້ວ ຍັງມີສະມາຊິກຂອງໂອມຊິນຣິກຽວອີກ 6 ຄົນ ຖືກປະເທດຊີວິດພ້ອມໆກັນ ຈາກທັງໝົດ 12 ຄົນທີ່ສານໄດ້ຕັດສິນໂທດໃຫ້ປະຫານຊີວິດເຊັ່ນດຽວກັບອາຊາຮາຣະ ຕໍ່ມາທ່ານ ໂຢຊິຮິເດະ ຊຶກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ຖະແຫຼງຢືນຢັນເຖິງການປະຫານ ແລະ ໃຫ້ຂໍ້ມູນວ່າ ໜ່ວຍງານດ້ານຄວາມໝັ້ນຄົງໄດ້ເພີ່ມມາດຕະການຕິດຕາມການເຄື່ອນໄຫວຂອງສະມາຊິກໂອມຊິນຣິກຽວ ທີ່ຍັງຄົງຫຼົງເຫຼືອຢູ່ ເພື່ອປ້ອງກັນການກໍ່ເຫດຕອບໂຕ້ການປະຫານຊີວິດອາຊາຮາຣະ.


ເຊິ່ງອາຊາຮາຣະ ມີຖິ່ນຖານຢູ່ໃນແຂວງຄຸມາໂມໂຕະ ພູມມິພາກຄິວຊູ ພາກໃຕ້ຂອງຍີ່ປຸ່ນ ໄດ້ສ້າງຕັ້ງລັດທິໂອມຊິນຣິກຽວເມື່ອປີ 1984 ມີຄວາມເຊື່ອເລື່ອງວັນໂລກແຕກ, ການຫວນຄືນເວລາ, ການເກີດສົງຄາມໂລກຄັ້ງທີ 3 ວ່າສະຫະລັດ ອາເມຣິກາຈະບຸກໂຈມຕີ ແລະ ຢຶດຄອງຍີ່ປຸ່ນເປັນສະຖານທີ່ຖິ້ມຂີ້ເຫຍື້ອນິວເຄຼຍ ແລະ ຄຳທຳນາຍເລື່ອງການເກີດໄພພິບັດຮ້າຍແຮງ, ເຖິງແມ່ນວ່າຊາຮາຣະມີຄວາມພິການທາງສາຍຕາຕັ້ງແຕ່ຍັງນ້ອຍ ແຕ່ມີຄວາມສາມາດຂັ້ນສູງໃນການໃຊ້ວາຈາຈູງໃຈຄົນ ຈົນມີຜູ້ເຫຼື່ອມໃສ ແລະ ສັດທາເຂົ້າມາເປັນສະມາຊິກຂອງໂອມຊິນຣິກຽວຢ່າງໜ້ອຍ 10,000 ຄົນທັງໃນຍີ່ປຸ່ນ ແລະ ຕ່າງປະເທດ.


ລັດທິໂອມຊິນຣິກຽວເປັນທີ່ຮູ້ຈັກໄປທົ່ວໂລກ ຈາກເຫດການທີ່ກຸ່ມສະມາຊິກເປັນຜູ້ປ່ອຍແກັດພິດຊາຣິນໂຈມຕີສະຖານີລົດໄຟໃຕ້ດິນໃນນະຄອນຫຼວງໂຕກຽວ ເມື່ອຕອນເຊົ້າຂອງວັນທີ 20 ມີນາ 1995 ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 6,000 ຄົນ, ເຊິ່ງຕຳຫຼວດສາມາດຈັບກຸມອາຊາຮາຣະໄດ້ປະມານ 2 ເດືອນພາຍຫຼັງເກີດເຫດ ແລະ ສານໄດ້ຕັດສິນເມື່ອປີ 2004 ໃຫ້ອາຊາຮາຣະຮັບໂທດປະຫານຊີວິດ ເຖິງແມ່ນວ່າຜູ້ກ່ຽວຈະປະຕິເສດຂໍ້ກ່າວຫາ ແລະ ຍື່ນຂໍອຸທອນແລ້ວກໍ່ຕາມ ແຕ່ສານໄດ້ຕັດສິນອີກຄັ້ງເມື່ອປີ 2006 ໃຫ້ຈຳເລີຍຮັບໂທດປະຫານຊີວິດດັ່ງເດີມ.

No comments

Powered by Blogger.