ເຮືອທ່ອງທ່ຽວຂອງໄທ 2 ລຳຈົມທະເລອັນດາມັນ ເສຍຊີວິດແລ້ວ 40 ຄົນ ແລະ ຍັງມີຜູ້ສູນຫາຍ - ອິດສະຫຼະ

ເຮືອທ່ອງທ່ຽວຂອງໄທ 2 ລຳຈົມທະເລອັນດາມັນ ເສຍຊີວິດແລ້ວ 40 ຄົນ ແລະ ຍັງມີຜູ້ສູນຫາຍ



ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອວັນທີ 5 ກໍລະກົດ 2018 ທີ່ຜ່ານມາ ໄດ້ເກີດເຮືອທ່ອງທ່ຽວ 2 ລຳຈົມລົງທະເລ ທີ່ຝັ່ງທະເລອັນຕາມັນ ຈັງຫວັດພູເກັດ ປະເທດໄທ ຫຼ້າສຸດເຮັດໃຫ້ມີຜູ້ເສຍຊີວິດແລ້ວ 40 ຄົນ ແລະ ສາມາດຊ່ວຍເຫຼືອຜູ້ໂດຍສານໃນເຮືອທັງ 2 ລຳໄດ້ແລ້ວ 89 ຄົນ ຈາກທັງໝົດ 138 ຄົນ.



ສາເຫດຂອງການຈົມ ຍ່ອນວ່າເກີດພາຍຸລົມແຮງໃນທະເລອັນດາອັນ ເຊິ່ງກ່ອນໜ້ານັ້ນກົມອຸຕຸນິຍົມວິທະຍາຂອງໄທກໍ່ໄດ້ອອກແຈ້ງເຕືອນແລ້ວ ແຕ່ວ່າເຮືອທ່ອງທ່ຽວທັງ 2 ລຳນັ້ນໄດ້ຝ່າຝືນຄຳສັ່ງຫ້າມ ແລະ ປະກາດຫ້າມອອກເຮືອໃນທະເລຂອງທາງການ.

ເຊິ່ງກອງທັບເຮືອຂອງໄທ ກໍ່ໄດ້ອອກໃຫ້ການຊ່ວຍເຫຼືອເປັນການດ່ວນນັບຕັ້ງແຕ່ເກີດເຫດ ເນື່ອງຈາກມີຄື້ນລົມແຮງໃນທະເລ ເຮືອນ້ອຍທີ່ຕຳຫຼວດນ້ຳຂອງໄທມີ ແລະ ຕຳຫຼວດທ່ອງທ່ຽວມີບໍ່ສາມາດອອກໄປໃຫ້ການຊ່ວຍເຫຼືອນັກທ່ອງທ່ຽວກາງທະເລໄດ້, ເຖິງຢ່າງໃດກໍ່ຕາມ, ຜູ້ປະສົບໄພສວນໃຫຍ່ເປັນຊາວຕ່າງປະເທດປະກອບດ້ວຍ: ຈີນ, ໄຕຫວັນ ແລະ ລັດເຊຍ.

ໃນດ້ານຂອງທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງໄທກ່າວວ່າ: ຜູ້ຂັບເຮືອ, ເຈົ້າຂອງເຮືອ ທີ່ບໍ່ຟັງຄຳສັ່ງຂອງກົມອຸຕິນິຍົມວິທະຍາ ຈະຕ້ອງຖືເອົາຜິດ ແລະ ຈະຕັ້ງຄະນະກຳມະການຂຶ້ນມາເພື່ອສືບສວນສອບສວນເຫດການດັ່ງກ່າວ.





No comments

Powered by Blogger.