ເປີດສາກຂຶ້ນຢ່າງເປັນທາງການ ສົງຄາມການຄ້າລະຫວ່າງ ສ.ອາເມຣິກາ ແລະ ຈີນ - ອິດສະຫຼະ

ເປີດສາກຂຶ້ນຢ່າງເປັນທາງການ ສົງຄາມການຄ້າລະຫວ່າງ ສ.ອາເມຣິກາ ແລະ ຈີນ



ສຳນັກຂ່າວຕ່າງປະເທດລາຍງານ 6 ກໍລະກົດ 2018 ວ່າ: ມາດຕະການກຳແພງພາສີຂອງສະຫະລັດ ອາເມຣິກາ ຕໍ່ສິນຄ້າຈາກຈີນຈຳນວນ 818 ລາຍການ ເຊິ່ງຕ້ອງເສຍພາສີໃນອັດຕາ 25% ຄິດໄລ່ເປັນມູນຄ່າລວມ 34,000 ລ້ານໂດລາສະຫະລັດ ມີຜົນບັງຄັບໃຊ້ແລ້ວທາງເປັນທາງການ ເມື່ອເວລາ 00:01 ໂມງ ຕາມເວລາທ້ອງຖິ່ນຂອງສະຫະລັດ ອາເມຣິກາ ເຊິ່ງກົງກັບເວລາທ່ຽງວັນ ຕາມເວລາທ້ອງຖິ່ນໃນນະຄອນຫຼວງປັກກິ່ງ, ສິນຄ້າທີ່ໄດ້ຮັບຜົນກະທົບມີທັງເຄື່ອງຈັກຂະໜາດໃຫຍ່ ແລະ ຊິ້ນສ່ວນເຄື່ອງຈັກ, ອຸປະກອນອີເລັກໂຕຣນິກ, ຍານພາຫະນະ, ຮາດແວຄອມພິວເຕີ ແລະ ຫຼອດໄຟ LED ໂດຍຜະລິດຕະພັນສ່ວນໃຫຍ່ຢູ່ໃນໂຄງການພັດທະນາ Made in China 2025 ຂອງລັດຖະບານຈີນ.

ນອກຈາກນີ້, ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ມີຄຳສັ່ງເມື່ອກາງເດືອນທີ່ຜ່ານມາ ໃຫ້ສຳນັກງານຄະນະຜູ້ແທນການຄ້າຂອງສະຫະລັດ ສະເໜີລາຍຊື່ສິນຄ້າຈາກຈີນທີ່ເຂົ້າຂ່າຍການຕ້ອງເສຍພາສີໃນອັດຕາ 10% ເປັນວົງເງິນລວມ 200,000 ລ້ານໂດລາສະຫະລັດ, ໂດຍເຕືອນວ່າລັດຖະບານສະຫະລັດ ອາເມຣິກາ ຈະໃຊ້ມາດຕະການນີ້ໃນການກົດດັນລັດຖະບານຈີນຕໍ່ໄປ ຈົນກວ່າອີກຝ່າຍຈະຢຸດຕິນະໂຍບາຍການຄ້າທີ່ບໍ່ເປັນທຳຕໍ່ສະຫະລັດ ອາເມຣິກາ ເຊິ່ງສຸດທ້າຍແລ້ວກຳແພງພາສີຂອງສະຫະລັດ ອາເມຣິກາ ຕໍ່ຈີນອາດມີມູນຄ່າສູງເຖິງ 450,000 ລ້ານໂດລາສະຫະລັດ ເກືອບເທົ່າມູນຄ່າສິນຄ້າທີ່ສະຫະລັດ ອາເມຣິການຳເຂົ້າຈາກຈີນຕໍ່ປີໃນປັດຈຸບັນ.


ຂະນະທີ່ໃນພາບລວມລັດຖະບານຈີນຍັງຄົງຮັກສາທ່າທີ, ເຖິງແມ່ນວ່າທ່ານ ກົ້ວ ເຟິ່ງ ໂຄສົກກະຊວງການຄ້າຂອງຈີນກ່າວເມື່ອວັນພະຫັດທີ່ຜ່ານມາວ່າ ສະຫະລັດ ອາເມຣິກາເປັນຝ່າຍເລີ່ມຕົ້ນ, ສ່ວນບົດບັນນາທິການຂອງໜັງສືພິມ Chian Daily ເຊິ່ງເປັນໜຶ່ງໃນກະບອກສຽງຂອງພັກຄອມມູນິດຈີນສະບັບພາສາອັງກິດ ປຽບທຽບລັດຖະບານສະຫະລັດ ອາເມຣິກາທີ່ນຳໂດຍທ່ານ ໂດໂນ ທຣຳວ່າ ເປັນແກ້ງອັນທະພານ ທີ່ມີນິໄສຂູດຮີດປະເທດຕ່າງໆ ໂດຍສະເພາະຈີນ, ໃນດ້ານຂອງສຳນັກຂ່າວຊິນຫົວລາຍງານໂດຍອ້າງບົດວິເຄາະຂອງທະນາຄານປະຊາຊົນຈີນວ່າ ກຳແພງພາສີຂອງສະຫະລັດ ອາເມຣິກາ ຈະສົ່ງຜົນໃຫ້ເສດຖະກິດຂອງຈີນຫຼຸດລົງ 0.2% ແຕ່ເຊື່ອວ່າຜົນກະທົບທີ່ເກີດຂຶ້ນຈະຢູ່ໃນວົງຈຳກັດ.

ໃນອີກດ້ານໜຶ່ງ, ທ່ານ ວິວເບີ ຣອສ ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ອາເມຣິກາ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງເມື່ອຕົ້ນເດືອນທີ່ຜ່ານມາ, ເພື່ອພົບປະຫາລືກັບທ່ານ ຫຼິວ ເຮີ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງທ່ານ ສີ ຈິ້ນຜິງ ເຊິ່ງທ່ານ ຫຼິວ ກ່າວໃນຕອນໜຶ່ງວ່າ ການປະຕິຮູບ ແລະ ການເປີດຕະຫຼາດຖືເປັນແຜນຍຸດທະສາດເສດຖະກິດແຫ່ງຊາດຂອງຈີນຈະບໍ່ມີການປ່ຽນແປງ, ໃນເວລາດຽວກັນ ການບັນລຸໄປສູ່ເປົ້າໝາຍຂອງທັງສະຫະລັດ ອາເມຣິກາ ແລະ ຈີນຄວນເປັນໄປຕາມແນວທາງຂອງການພົບປະກັນທີ່ຈຸດເຄິ່ງທາງ ເພື່ອຫຼີກລ້ຽງສົງຄາມການຄ້າ. ເຖິງຢ່າງໃດກໍ່ຕາມ ຫາກລັດຖະບານສະຫະລັດ ອາເມຣິກາ ເປັນຝ່າຍໃຊ້ມາດຕະການຂວໍ້າບາດທາງການຄ້າຕໍ່ຈີນ ທີ່ລວມເຖິງການຕັ້ງກຳແພງພາສີ ຄວາມຄືບໜ້າຂອງການເຈລະຈາດ້ານເສດຖະກິດ ແລະ ການຄ້າຮ່ວມກັນຕະຫຼອດໄລຍະເວລາທີ່ຜ່ານຖືເປັນໂມຄະ.

No comments

Powered by Blogger.