ໜ່ວຍຮົບພິເສດກອງທັບໄທ ເສຍຊີວິດ 1 ຄົນ, ຂະນະປະຕິບັດພາລະກິດຊ່ວຍ 13 ຊີວິດຕິດຖ້ຳຫຼວງ - ອິດສະຫຼະ

ໜ່ວຍຮົບພິເສດກອງທັບໄທ ເສຍຊີວິດ 1 ຄົນ, ຂະນະປະຕິບັດພາລະກິດຊ່ວຍ 13 ຊີວິດຕິດຖ້ຳຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 6 ກໍລະກົດ 2018 ວ່າ: ເຈົ້າໜ້າທີ່ຂອງທາງການໄທໄດ້ຖະແຫຼງວ່າ: ຈ່າເອກ ສະໝານ ກຸນັນ ເຈົ້າໜ້າທີ່ໜ່ວຍຮົບພິເສດກອງທັບໄທ ໄດ້ເສຍຊີວິດລົງກາງຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ, ຈັງຫວັດຊຽງຣາຍ ປະເທດໄທ ໃນພາລະກິດຊ່ວຍເຫຼືອ 13 ຊີວິດທີ່ຕິດຢູ່ໃນຖ້ຳຫຼວງ ພາຍຫຼັງດຳນ້ຳ ແລະ ໝົດສະຕິ, ໂດຍກ່ອນຈະເສຍຊີວິດໄດ້ລຳລຽງອາຫານ ຈາກໂຄງ 3 ໄປສາມແຍກຂອງຖ້ຳ.



ສຳລັບ ຈ່າເອກ ສະໝານ ກຸນັນ ເປັນນັກທຳລາຍໃຕ້ນ້ຳຈູ່ໂຈມນອກລັດຖະການ ເຊິ່ງເປັນໜ່ວຍຈູ່ໂຈມລຸ້ນທີ 30 ອາຍຸ 38 ປີ, ເຊິ່ງໄດ້ຮັບພາລະກິດໃນວັນທີ 5 ກໍລະກົດ 2018 ທີ່ຜ່ານມາ ໃຫ້ລຳລຽງອາກາດຈາກໂຖງ 3 ໄປຍັງຈຸດຕ່າງໆບໍລິເວນສາມແຍກຂອງຖ້ຳຫຼວງ ແລະ ໄດ້ເລີ່ມດຳນ້ຳເມື່ອເວລາ 20:37 ນາທີ, ເມື່ອສຳເລັດພາລະກິດ ຂະນະດຳນ້ຳກັບໄດ້ໝົດສະຕິໃນນ້ຳ ຄູ່ດຳນ້ຳໄປມີການປະຖົມພະຍາບານເບື້ອງຕົ້ນ ແຕ່ບໍ່ໄດ້ສະຕິ ຈຶ່ງໄດ້ນຳກັບມາຍັງໂຖງສາມເພື່ອປະຖົມພະຍາບານອີກຄັ້ງ, ແຕ່ຈ່າເອກ ສະໝານ ກໍ່ບໍ່ໄດ້ສະຕິ ແລະ ເສຍຊີວິດລົງໃນເວລາປະມານ 01:00 ໂມງ ຈຶ່ງໄດ້ນຳພາຮ່າງອອກມາເຖິງໜ້າຖ້ຳ ແລະ ສົ່ງໄປຍັງໂຮງໝໍຄ່າຍພະຍາມັງຣາຍມະຫາຣາດ.

ໃນດ້ານຂອງ ພົນເຮືອຕີ ອາພາກອນ ຢູ່ຄົງແກ້ວ ຜູ້ບັນຊາການໜ່ວຍຮົບພິເສດໄທ ກ່າວເຖິງກໍລະນີດັ່ງກ່າວວ່າ: ຢືນຢັນວ່າພວກເຮົາໄດ້ເຝິກງານໃຫ້ຢູ່ໃນພາວະຄວາມສ່ຽງຢູ່ຕະຫຼອດເວລາ ບໍ່ວ່າຈະເຈັບເປັນ ຫຼື ເສຍຊີວິດ ກໍ່ຖືວ່າເປັສິ່ງທີ່ພວກເຮົາຕ້ອງປະເຊີນຢູ່ແລ້ວ, ພວກເຮົາເຝິກມາແບບນີ້, ພວກເຮົາບໍ່ເຄີຍເສຍຂວັນກຳລັງໃຈທີ່ຈະຕໍ່ສູ້ ແລະ ຈະບໍ່ໃຫ້ກຳລັງພົນເສຍກຳລັງໃຈຕໍ່ກຳເຫດການດັ່ງກ່າວ ທີ່ຈະຕ້ອງຕໍ່ສູ່ຕໍ່ໄປ.

No comments

Powered by Blogger.