ສະມາຄົມກູ້ໄພໃນຖ້ຳຂອງອັງກິດ ຄັດຄ້ານບໍ່ໃຫ້ທີມໝູປ່າ ດຳນ້ຳອອກມາ ເພາະສ່ຽງຫຼາຍ - ອິດສະຫຼະ

ສະມາຄົມກູ້ໄພໃນຖ້ຳຂອງອັງກິດ ຄັດຄ້ານບໍ່ໃຫ້ທີມໝູປ່າ ດຳນ້ຳອອກມາ ເພາະສ່ຽງຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 5 ກໍລະກົດ 2018 ວ່າ:​ ສະຖານະການຢູ່ຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ, ຈັງຫວັດຊຽງຣາຍ ປະເທດໄທ ຍັງເປັນທີ່ຕິດຕາມຈາກສື່ທົ່ວໂລກ ເນື່ອງຈາກຄວາມຄືບໜ້າຫຼ້າສຸດຄືທຸກຝ່າຍສາມາດລະບຸຕຳແໜ່ງ ແລະ ພົບຕົວສະມາຊິກທີມ ໝູປ່າ ອະຄາເດມີ ທັງ 13 ຄົນ ພາຍໃນຖ້ຳຫຼວງແລ້ວ ພາຍຫຼັງທີ່ຕິດຢູ່ໃນຖ້ຳມາຕັ້ງແຕ່ວັນທີ 23 ມິຖຸນາ ທີ່ຜ່ານມາ, ແຕ່ກໍ່ຍັງມີອຸປະສັກທີ່ຍັງທ້າທາຍຄວາມສາມາດຂອງເຈົ້າໜ້າທີ່ທຸກໆຝ່າຍຢູ່ ນັ້ນກໍ່ຄືການນຳຕົວສະມາຊິກທີມໝູປ່າທັງ 13 ຄົນກັບຄືນສູ່ໂລກພາຍນອກໃຫ້ໄດ້ຢ່າງປອດໄພ.


ທ່ານ ບິວ ໄວເຮົາ ຮອງປະທານສະມາຄົມກູ້ໄພຜູ້ຕິດຢູ່ພາຍໃນຖ້ຳແຫ່ງປະເທດອັງກິດ ເຊິ່ງເປັນອົງກອນອິດສະຫຼະດ້ານການໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພພາຍໃນຖ້ຳຂອງອັງກິດ ແລະ ເປັນຜູ້ຈັດສົ່ງທີມງານສີມືດີ 3 ທ່ານຄື: ທ່ານ ຈອນ ໂວລັນເທນ, ທ່ານ ໂຣເບິດ ຮາເປີ ແລະ ທ່ານ ຣີຊາດ ສະແຕນຕັນ ມາຮ່ວມປະຕິບັດການພາລະກິດກັບລັດຖະບານໄທ ກ່າວວ່າລັກສະນະທາງກາຍຍະພາບຂອງຖ້ຳແຫ່ງນີ້ສະແດງໃຫ້ເຫັນແລ້ວວ່າ ມີທາງເຂົ້າຫຼັກພຽງທາງດຽວ,​ ການຊອກຫາຊ່ອງທາງອື່ນເຂົ້າສູ່ຫ້ອງໂຖງໃຫຍ່ພາຍໃນຖ້ຳຍັງຄ່ອນຂ້າງຫ່າງໄກຄວາມຈິງ, ຂະນະທີ່ການອາໄສຢູ່ພາຍໃນຖ້ຳຈົນກວ່າຈະຜ່ານພົ້ນລະດູຝົນພ້ອມສະບຽງອາຫານເຕັມທີ່ນັ້ນ ທ່ານ ບິວ ໄວເຮົາ ກ່າວວ່າແນ່ນອນເປັນວິທີທີ່ປອດໄພທີ່ສຸດ ແຕ່ຕ້ອງຍອມຮັບວ່າເປັນປະສົບການທີ່ໜ້າຫົດຫູໃຈສຸດ.

ສ່ວນການໃຫ້ເດັກນ້ອຍດຳນ້ຳ ແລະ ລອຍນ້ຳອອກມາຈາກຖ້ຳນັ້ນເປັນວິທີການທີ່ອັນຕະລາຍຫຼາຍ ເພາະຕ້ອງໃຊ້ທັກສະຄວາມສາມາດສະເພາະບຸກຄົນຂັ້ນສູງ ແລະ ຕ້ອງມີສະພາບຈິດໃນທີ່ເຂັ້ມແຂງ, ໃນຂະນະທີ່ສະມາຊິກທີມໝູປ່າທັງ 13 ຄົນບໍ່ມີຄວາມສາມາດດ້ານນີ້ມາກ່ອນ ຈະເກີດຫຍັງຂຶ້ນຫາກເກີດພາວະເສຍສູນໃນລະຫວ່າງທາງ ເຈົ້າໜ້າທີ່ຈະມີວິທີການໃດເພື່ອຮັບມື ໃນສະຖານທີ່ທີ່ມີທັດສະນະວິໄສຕ່ຳຫຼາຍ,​ ການເດີນທາງຈາກປາກຖ້ຳເຂົ້າສູ່ບໍລິເວນທີ່ສະມາຊິກທີມໝູປ່າຢູ່ຕ້ອງໃນເວລາເຖິງ 11​ ຊົ່ວໂມງ ແບ່ງເປັນຍ່າງເຂົ້າ 6 ຊົ່ວໂມງ ແລະ ຍ່າງກັບອີກ 5 ຊົ່ວໂມງ.

ເຊິ່ງທ່ານ ບິວ ໄວເຮົາ ສະເໜີການໃຊ້ເປຫາມ ພ້ອມຖັງອາກາດທີ່ພຽງພໍ ໃນການເຄື່ອນຍ້າຍສະມາຊິກໝູປ່າທັງ 13 ຄົນອອກມາ, ໂດຍໃສ່ໜ້າກາກດຳນ້ຳທີ່ຮັດກຸມ ແລະ ເຊື່ອມຕໍ່ກັບຖັງອາກາດໃຫ້ແຈບ, ໂດຍໃຫ້ເຈົ້າໜ້າທີ່ຄົນໜຶ່ງປະຄັບປະຄອງຕົວເດັກ, ສ່ວນເຈົ້າໜ້າທີ່ອີກ 1-2 ຄົນເຮັດໜ້າທີ່ລອຍນ້ຳແລ້ວຄ່ອຍໆດຶງເຊືອກທີ່ມັດຕິດກັບເປອອກມາ, ວິທີນີ້ຜູ້ທີ່ຢູ່ເປບໍ່ຕ້ອງເຮັດຫຍັງຫຼາຍ ແຕ່ຕ້ອງຢູ່ໃນສະພາບນອນ ຄືກັບວັດຖຸອັນໜຶ່ງ ເຊິ່ງອາດບໍ່ຄ່ອຍສະດວກສະບາຍປານໃດ ຍິ່ງເປັນການເດີນທາງໄລຍະໄກແບບນີ້ອີກດ້ວຍ, ແຕ່ວິທີນີ້ອາດເປັນຫົນທາງດຽວໃນການນຳຕົວທັງ 13 ຄົນອອກມາຈາກຖ້ຳໃຫ້ໄວທີ່ສຸດ.

No comments

Powered by Blogger.