ການນຳທີມໝູປ່າອອກຈາກຖ້ຳຫຼວງ ຍັງມີຄວາມລະອິດລະອ້ຽວ ແລະ ສ່ຽງສູງ ໃນຂະນະທີ່ຟ້າຝົນກໍ່ກຳລັງຈະຕົກລົງມາຕື່ມ - ອິດສະຫຼະ

ການນຳທີມໝູປ່າອອກຈາກຖ້ຳຫຼວງ ຍັງມີຄວາມລະອິດລະອ້ຽວ ແລະ ສ່ຽງສູງ ໃນຂະນະທີ່ຟ້າຝົນກໍ່ກຳລັງຈະຕົກລົງມາຕື່ມ



ສຳນັກຂ່າວຕ່າງປະເທດລາຍງານ 5 ກໍລະກົດ 2018 ວ່າ: ສື່ທົ່ວໂລກໃຫ້ຄວາມສົນໃຈຕິດຕາມສະຖານະການຢູ່ຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ, ອຳເພີແມ່ສາຍ, ຈັງຫວັດຊຽງຣາຍ, ປະເທດໄທ ເຖິງແມ່ນວ່າທີມຄົ້ນຫາຈາກປະເທດຕ່າງໆ ພາຍໃຕ້ການນຳຂອງໜ່ວຍຮົບພິເສດກອງທັບໄທ ຈະສາມາດລະບຸຕຳແໜ່ງ ແລະ ພົບຕົວສະມາຊິກທີມ ໝູປ່າ ອະຄາເດມີ ທັງ 13 ຄົນທີ່ຕິດຢູ່ພາຍໃນຖ້ຳຫຼວງມາຕັ້ງແຕ່ວັນທີ 23 ມິຖຸນາ 2018 ທີ່ຜ່ານມາແລ້ວກໍ່ຕາມ, ແຕ່ອຸປະສັກສຳຄັນ ແລະ ຄວາມທ້າທາຍຍັງຄົງມີຢູ່ ນັ້ນຄືການນຳສະມາຊິກທີມໝູປ່າທັງ 13 ຄົນອອກຈາກຖ້ຳຢ່າງປອດໄພ.

ທ່ານ ເວີນ ອັນສະເວິດ ຜູ້ຊ່ຽວຊານດ້ານການສຳຫຼວດຖ້ຳຊາວອັງກິດ ເຊິ່ງມີຄວາມຮູ້ ແລະ ຊ່ຽວຊານດ້ານລັກສະນະທາງກາຍຍະພາບຂອງຖ້ຳຫຼວງ ແລະ ມີບົດບາດສຳຄັນຕໍ່ພາລະກິດການຄົ້າຫາ ແລະ ຊ່ວຍເຫຼືອສະມາຊິກທີມໝູປ່າ ເພາະເຄີຍສຳຫຼວດດ້ວຍຕົນເອງມາແລ້ວຫຼາຍຄັ້ງ ແລະ ສະໜັບສະໜູນພາລະກິດຊ່ວຍເຫຼືອສະມາຊິກທີມໝູ່ປ່າ 13 ຄົນຢ່າງໃກ້ຊິດ ຮ່ວມກັບລັດຖະບານໄທຕັ້ງແຕ່ຕົ້ນມາ ໃຫ້ສຳພາດກັບສຳນັກຂ່າວ BBC ວ່າ: ສະຖານະການໃນໄລຍະອີກ 24 ຊົ່ວໂມງຕໍ່ຈາກນີ້ໄປ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເນື່ອງຈາກລະດັບນ້ຳພາຍໃນຖ້ຳຈະເພີ່ມສູງຂຶ້ນ ຈາກຝົນທີ່ຈະຕົກລົງມາຂ້າມມື້ຂ້າມຄືນ ແລະ ປັດໄຈແວດລ້ອມພາຍໃນຖ້ຳໂດຍລວມຍັງເປັນບັນຫາ ໂດຍສະເພາະໂຖງ 3 ເຖິງແມ່ນວ່າອຸນຫະພາບຂອງອາກາດບໍ່ແມ່ນອຸປະສັກ ແຕ່ອຸນຫະພູມຂອງນ້ຳເປັນສິ່ງສຳຄັນ ຍິ່ງໄປກວ່ານັ້ນສະມາຊິກທີມໝູປ່າສ່ວນໃຫຍ່ຍັງລອຍນ້ຳໄດ້ບໍ່ເກັ່ງພໍ.

ໃນດ້ານຂອງທ່ານ ແກຣີ ມິດເຊວ ຜູ້ຊ່ຽວຊານເລື່ອງຖ້ຳຊາວອັງກິດອີກຄົນໜຶ່ງ ໃຫ້ສຳພາດກັບສຳນັກ່າວ AP ວ່າເງື່ອນໄຂທີ່ທ້າທາຍທຸກຝ່າຍໃນການນຳຕົວສະມາຊິກທີມໝູປ່າທັງ 13 ຄົນອອກຈາກພາຍໃນຖ້ຳຄື: ຕ້ອງໝັ້ນໃຈວ່າມີຊ່ອງອາກາດສຳລັບຫາຍໃຈພຽງພໍຕະຫຼອດເສັ້ນທາງທີ່ໄກເຖິງ 4 ກິໂລແມັດ ຈາກບໍລິເວນເນີນນົມສາວ ເຊິ່ງເປັນຈຸດທີ່ພົບຕົວທັງ 13 ຄົນ ກັບປາກຖ້ຳ ເນື່ອງຈາກເສັ້ນທາງດຳນ້ຳບໍ່ແມ່ນເສັ້ນທາງຮາບພຽງ ແລະ ວິໄສທັດການເບິ່ງເຫັນເກືອບເປັນສູນ.





ເຖິງແມ່ນວ່າໜ່ວຍງານທີ່ກ່ຽວຂ້ອງໄດ້ລະດົມທຸກກຳລັງແຮງໃສ່ໃນການສູບນ້ຳອອກຈາກພາຍໃນຖ້ຳ ໃນອັດຕາທີ່ຫຼາຍກວ່າ 10,000 ລິດຕໍ່ຊົ່ວໂມງ ແຕ່ລະດັບນ້ຳຫຼຸດລົງພຽງຊົ່ວໂມລະ 1 ເຊັນຕິແມັດເທົ່ານັ້ນ, ດ້ານຂໍ້ມູນການພະຍາກອນອາກາດລະບຸວ່າ ພາຍຸຝົນຮອບໃໝ່ກຳລັງໃກ້ເຂົ້າມາ ໃນຂະນະທີ່ສື່ມວນຊົນຕ່າງປະເທດຕີລາຄາວ່າ ທາງການໄທໄດ້ດຳເນີນການ 3 ຢ່າງໄປພ້ອມກັນ ແລ້ວມາຖ້າເບິ່ງວ່າວິທີໃດຈະໄດ້ຜົນ ແລະ ດີທີ່ສຸດນັ້ນຄື: ການສູບນ້ຳ, ການໃຫ້ທັງ 13 ຄົນດຳນ້ຳ ຫຼື ລອຍນ້ຳອອກມາໂດຍມີໜ່ວຍຮົບພິເສດປະກົບຄູ່ມາ ແລະ ການຄົ້ນຫາໂພງສຳລັບເປັນຊ່ອງທາງອອກຈາກດ້ານເທິງຖ້ຳ.




No comments

Powered by Blogger.