ທ່ານ ນາຈິບ ຖືເປັນຜູ້ນຳຄົນທຳອິດຂອງມາເລເຊຍ ທີ່ຖືກດຳເນີນຄະດີສໍ້ລາດບັງຫຼວງ ແຕ່ສານໃຫ້ປະກັນຕົວຊົ່ວຄາວແລ້ວ - ອິດສະຫຼະ

ທ່ານ ນາຈິບ ຖືເປັນຜູ້ນຳຄົນທຳອິດຂອງມາເລເຊຍ ທີ່ຖືກດຳເນີນຄະດີສໍ້ລາດບັງຫຼວງ ແຕ່ສານໃຫ້ປະກັນຕົວຊົ່ວຄາວແລ້ວ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4​ ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ໄດ້ຮັບອະນຸຍາດຈາກສານມາເລເຊຍໃຫ້ປ່ອຍຕົວຊົ່ວຄາວ ດ້ວຍເງິນປະກັນ 1 ລ້ານຣິງກິດ ຫຼື ປະມານ 250,000 ໂດລາ ແລະ ຫ້າມເດີນທາງອອກນອກປະເທດ ໃນການຕໍ່ສູ້ຄະດີສໍ້ລາດບັງຫຼວງກອງທຶນພັດທະນາແຫ່ງຊາດ ຫຼື 1MDB.


ທ່ານ ນາຈິບ ຣາຊັກ ກ່າວຕໍ່ສູ້ພິພາກສາສານນະຄອນຫຼວງກົວລາລຳເປີ ເມື່ອວັນພຸດ ທີ່ຜ່ານມາປະຕິເສດທຸກຂໍ້ກ່າວຫາວ່າສໍ້ລາດບັງຫຼວງ ແລະ ໃຊ້ອຳນາດບໍ່ຖືກຕ້ອງລວມກັນ 4 ຂໍ້ຫາ ທີ່ກ່ຽວຂ້ອງກັບການບໍລິຫານຈັດການກອງທຶນ 1MDB ແລະ ຂໍໃຊ້ສິດຕໍ່ສູ້ຕາມຂະບວນການຍຸດຕິທຳຈົນເຖິງທີ່ສຸດ, ຂະນະທີ່ໄອຍະການຮຽກຫຼັກຊັບປະກັນ 4 ລ້ານຣິງກິດ ຫຼື ປະມານ 1 ລ້ານໂດລາສະຫະລັດ ຕາມຈຳນວນຂໍ້ກ່າວຫາທັງໝົດ ແຕ່ຜູ້ພິພາກສາໄດ້ຫຼຸດລົງໃຫ້ເຫຼືອ 1 ລ້ານຣິງກິດ ແລະ ຕ້ອງເປັນເງິນສົດເທົ່ານັ້ນ ພ້ອມທັງສັ່ງຫ້າມອະດີດນາຍົກລັດຖະມົນຕີມາເລເຊຍເດີນທາງອອກນອກປະເທດ ເຊິ່ງທ່ານ ນາຈິບ ຣາຊັກ ໄດ້ມອບໜັງສືຜ່ານແດນທີ່ມີຢູ່ 2 ຫົວໃຫ້ແກ່ເຈົ້າໜ້າທີ່ແລ້ວ.

ເຊິ່ງທ່ານ ນາຈິບ ຣາຊັກ ອາຍຸ 64 ປີ ອະດີດນາຍົກລັດຖະມົນຕີ 2 ສະໄໝ ແລະ ເປັນຫົວໜ້າພັກມະລາຢູສາມັກຄີແຫ່ງຊາດ ຖືເປັນອະດີດຜູ້ນຳມາເລເຊຍຄົນທຳອິດໃນປະຫວັດສາດທີ່ຖືກດຳເນີນຄະນະສໍ້ລາດບັງຫຼວງ ໂດຍຂໍ້ກ່າວຫາທີ່ໄອຍະການສັ່ງຟ້ອງຕໍ່ທ່ານ ນາຈິບ ຣາຊັກນັ້ນ ກ່ຽວຂ້ອງກັບເງິນຈຳນວນ 10.4 ລ້ານໂດລາສະຫະລັດ ທີ່ມີການໂອນເຂົ້າສູ່ບັນຊີສ່ວນຕົວຂອງທ່ານ ນາຈິບ ຣາຊັກ ເມື່ອປີ 2015 ແຕ່ພະນັກງານສອບສວນເຊື່ອວ່າເປັນເງິນທີ່ມີການຍັກຍອກມາຈາກກອງທຶນ SRC Internaltional ໜຶຶ່ງໃນກອງທຶນຍ່ອຍຂອງກອງທຶນ 1MDB ທີ່ທ່ານ ນາຈິບ ຣາຊັກ ສ້າງຕັ້ງຂຶ້ນເມື່ອປີ 2009 ແຕ່ຂໍ້ມູນຂອງສຳນັກງານສອບສວນສືບສວນກາງແຫ່ງຊາດສະຫະລັດ ອາເມຣິກາ (FBI) ລະບຸວ່າ: ຕະຫຼອດໄລຍະ 10​ ປີທີ່ຜ່ານມາ ມີການຍັກຍອກເງິນອອກຈາກອງທຶນ 1MDB ໄດ້ແລ້ວ 4,500 ລ້ານໂດລາສະຫະລັດ.

ໃນດ້ານທ່ານ ມູຮຳໝັດ ຊາຟີ ອັນດຸນເລາະ ທະນາຍຄວາມຂອງທ່ານ ນາຈິບ ຣາຊັກ ກ່າວສະແດງຄວາມເຊື່ອໝັ້ນວ່າ ຈະເປັນຝ່າຍຊະນະຄະດີທີ່ເປັນການກັ່ນແກ້ງທາງການເມືອງ ຈາກລັດຖະບານຊຸດປັດຈຸບັນທີ່ນຳໂດຍ ທ່ານ ດຣ. ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີ, ຂະນະທີ່ທ່ານ ທອມມີ ໂທມັສ ໄອຍະການສູງສຸດເຊິ່ງເປັນໂຈດຍື່ນຟ້ອງຮ້ອງ ກ່າວສະແດງຄວາມເຊື່ອໝັ້ນວ່າຈະເປັນຝ່າຍຊະນະເຊັ່ນກັນ ເພື່ອຮຽກຄືນຄວາມເຊື່ອໝັ້ນຈາກປະຊາຊົນໃນຂະບວນການຍຸດຕິທຳຂອງປະເທດ ແລະ ເພື່ອຟື້ນຟູພາບລັກຂອງປະເທດກັບຄືນມາ.

No comments

Powered by Blogger.