ຈີນເຕືອນພົນລະເມືອງ ໃຫ້ລະມັດລະວັງໃນການເດີນທາງໄປທ່ອງທ່ຽວໃນ ສ.ອາເມຣິກາ - ອິດສະຫຼະ

ຈີນເຕືອນພົນລະເມືອງ ໃຫ້ລະມັດລະວັງໃນການເດີນທາງໄປທ່ອງທ່ຽວໃນ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ມິຖຸນາ 2018 ທີ່ຜ່ານມາວ່າ ສະຖານເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງວໍຊິງຕັນ, ສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນອັງຄານ ທີ່ຜ່ານມາ, ເຕືອນໄພພົນລະເມືອງຂອງຕົນໃນການເດີນທາງໄປທ່ອງທ່ຽວ ແລະ ໃຊ້ຊີວິດໃນສະຫະລັດ ອາເມຣິກາ ເນື່ອງຈາກເປັນປະເທດທີ່ມີລະບົບການຮັກສາຄວາມປອດໄພຍັງບໍ່ຄ່ອຍດີປານໃດ, ມີການກາດຍິງ, ມີການປຸ້ນຈີ້ ແລະ ການຂີ້ລັກມັກສົບ ຍັງຄົງເປັນຄະດີອາຊະຍາກຳທີ່ເກີດຂຶ້ນເປັນປະຈຳ ປະຊາຊົນຈີນຈຶ່ງຄວນເພີ່ມຄວາມລະມັດລະວັງກັບສິ່ງແວດລ້ອມຮອບຕົວ ແລະ ບຸກຄົນທີ່ມີພຶດຕິກຳທີ່ໜ້າສົງໄສ ລວມທັງຫຼີກລ້ຽງການເດີນທາງຢ່າງລຳພັງໃນຍາມຄ່ຳຄືນ.


ຂະນະດຽວກັນ, ຖະແຫຼງການຂອງສະຖານທູດຈີນຍັງເຕືອນເລື່ອງການເພີ່ມຄວາມຮອບຄອບໃນການກວດສອບໃບແຈ້ງຄ່າທຳນຽມການປິ່ນປົວທີ່ອາດຈະສູງເກີນຄວາມເປັນຈິງ, ການກວດຄົ້ນຈາກເຈົ້າໜ້າທີ່ພາສີ-ອາກອນ ແລະ ການສໍ້ໂກງດ້ານການສື່ສານໂທລະຄົມມະນາຄົມ ນອກເໜືອຈາກທີ່ເຄີຍປະກາດເຕືອນໄພຄວາມສ່ຽງກ່ຽວກັບໄພທຳມະຊາດ ເມື່ອເດືອນມັງກອນ ທີ່ຜ່ານມາ.

ໃນດ້ານຂອງທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນ ປະຕິເສດວ່າຄຳເຕືອນດັ່ງກ່າວແຝງໄປດ້ວຍເຈດຕະນາທາງການເມືອງ ແລະ ຢືນຢັນວ່າ ການເຕືອນໃນລັກສະນະນີ້ ເປັນເລື່ອງປົກກະຕິຂອງສະຖານທູດໃນການເຕືອນພົນລະເມືອງຂອງຕົນ ໃຫ້ເພີ່ມຄວາມລະມັດລະວັງໃນການໃຊ້ຊີວິດໃນຕ່າງແດນ ແລະ ລະດູຮ້ອນໃນສະຫະລັດ ອາເມຣິກາ ເປັນຊ່ວງເວລາທີ່ຄົນຈີນເດີນທາງໄປທ່ອງທ່ຽວຫຼາຍທີ່ສຸດ, ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວຂອງລັດຖະບານຈີນໃນຄັ້ງນີ້ ເກີດຂຶ້ນທ່າມກາງຄວາມສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ ກຳລັງເຄັ່ງຕຶງຢ່າງໜັກໜ່ວງຈາກຄວາມຂັດແຍ່ງທາງການຄ້າລະຫວ່າງກັນ.


No comments

Powered by Blogger.