ຖືກຈັບແລ້ວ ອະດີດນາຍົກມາເລເຊຍ ສໍ້ລາດບັງຫຼວງກອງທຶນພັດທະນາປະເທດ - ອິດສະຫຼະ

ຖືກຈັບແລ້ວ ອະດີດນາຍົກມາເລເຊຍ ສໍ້ລາດບັງຫຼວງກອງທຶນພັດທະນາປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 3 ກໍລະກົດ 2018 ວ່າ: ເຈົ້າໜ້າທີ່ໄດ້ບຸກເຂົ້າຈັບກຸມຕົວທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ຕາມໝາຍຈັບທີ່ເຮືອນຂອງທ່ານເອງ ໃນວັນອັງຄານນີ້, ເນື່ອງມາຈາກຜົນການສືບສວນສອບສວນຄະດີສໍ້ລາດບັງຫຼວງທີ່ກ່ຽວຂ້ອງກັບກອງທຶນ 1MDB, ໂດຍແຫຼ່ງຂ່າວໃກ້ຊິດເປີດເຜີຍວ່າ ຈະມີການຕັ້ງຂໍ້ກ່າວຫາໃນວັນພຸດ ທີ 4 ກໍລະກົດ 2018, ເຊິ່ງທ່ານ ດຣ. ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີຄົນປັດຈຸບັນ ໃຫ້ສຳພາດກັບສຳນັກຂ່າວ Reuters ເມື່ອເດືອນທີ່ຜ່ານມາວ່າ ໃນບັນດາຂໍ້ກ່າວຫາຕ່າງໆທີ່ຈະມີການຕັ້ງຕໍ່ອະດີດນາຍົກມາເລເຊຍນັ້ນ ຈະຕ້ອງລວມໄປເຖິງຂໍ້ກ່າວຫາການຍັກຍອກເງິນຂອງລັດ ແລະ ການຮັບສິນບົນ.

ທ່ານ ນາຈິບ ຣາຊັກ ຕົກເປັນຜູ້ຕ້ອງສົງໄສພົວພັນກັບການສໍ້ລາດບັງຫຼວງໃນກອງທຶນ 1MDB ເຊິ່ງເປັນກອງທຶນພັດທະນາປະເທດທີ່ທ່ານເປັນຄົນກໍ່ຕັ້ງຂຶ້ນມາເມື່ອປີ 2009, ໂດຍມີຢ່າງໜ້ອຍ 6 ປະເທດ ທີ່ໄດ້ດຳເນີນການສືບສວນເລື່ອງດັ່ງກ່າວໃນຂໍ້ກ່າວຫາເລື່ອງການສໍ້ລາດບັງຫຼວງ ແລະ ຟອກເງິນ, ກະຊວງຍຸດຕິທຳສະຫະລັດ ອາເມຣິກາເປີດເຜີຍກ່ອນໜ້ານີ້ວ່າ ມີເງິນເກືອບ 4,500 ລ້ານໂດລາສະຫະລັດ ຖືກຍັກຍອກໄປຈາກກອງທຶນດັ່ງກ່າວ ນັບຕັ້ງແຕ່ກ່ອນທີ່ທ່ານ ດຣ. ມະຫາເທ ຈະຊະນະເລືອກຕັ້ງທົ່ວໄປເມື່ອວັນທີ 9 ພຶດສະພາ ທີ່ຜ່ານມາ, ທ່ານ ນາຈິບ ຣາຊັກ ແລະ ພັນລະຍາ ໄດ້ຖືກສອບສວນໂດຍສຳນັກງານຕໍ່ຕ້ານການສໍ້ລາດບັງຫຼວງ ແລະ ໄດ້ຖືກຫ້າມເດີນທາງອອກນອກປະເທດ, ຂະນະທີ່ເຈົ້າໜ້າທີ່ໄດ້ນຳກຳລັງເຂົ້າກວດຄົ້ນເຮືອນຂອງທ່ານ ນາຈິບ ຫຼາຍຈຸດ, ກວດຢຶດເຄື່ອງປະດັບ ແລະ ຊັບສິນມູນຄ່າຫຼາຍກວ່າ 1,100 ລ້ານຣິງກິດ (ປະມານ 271 ລ້ານໂດລາສະຫະລັດ).

ໜ່ວຍງານຕໍ່ຕ້ານການສໍ້ລາດບັງຫຼວງຍັງໄດ້ມີການສືບສວນສອບສວນທ່ານ ຣິຊາ ອາຊິສ ລູກລ້ຽງຂອງທ່ານ ນາຈິບ ຣາຊັກ ເຈົ້າຂອງບໍລິສັດເຣດແກຣນິດນິກເຈິ ເຊິ່ງເປັນບໍລິສັດຜະລິດຮູບເງົາໃນຮໍລີວູດ ໂດຍທາງການສະຫະລັດ ອາເມຣິກາກ່າວຫາວ່າບໍລິສັດໄດ້ໃຊ້ເງິນຂອງກອງທຶນ 1MDB ທີ່ໄດ້ຮັບມາໂດຍບໍ່ຖືກຕ້ອງ ໃນການສ້າງຮູບເງົາຊື່ດັງເລື່ອງ The Wolf of Wall Street ຜົນງານການກັບກຳຂອງທ່ານ ມາຕິນ ສະກໍເຊຊີ, ໂດຍໃນອາທິດນີ້ ຄະນະສືບສວນສອບສວນ 1MDB ຈະໄດ້ມີການເລັ່ງອາຍັດບັນຊີທະນາຄານ 48 ບັນຊີ ລວມມູນຄ່າເກືອບ 1,100 ລ້ານຣິງກິດ ຂອງບຸກຄົນ 81 ຄົນ ແລະ ບໍລິສັດ 55 ແຫ່ງ ເຊິ່ງເຊື່ອວ່າເປັນກຸ່ມທີ່ໄດ້ຮັບເງິນຈາກກອງທຶນ 1MDB ລະຫວ່າງປີ 2011-2015.

No comments

Powered by Blogger.