ຊ່ຽວຊານ ສ.ອາເມຣິກາ ເຕືອນ ການໃຫ້ 13 ຄົນທີ່ຕິດຖ້ຳຫຼວງດຳນ້ຳອອກມາ ອາດໝາຍເຖິງຊີວິດ - ອິດສະຫຼະ

ຊ່ຽວຊານ ສ.ອາເມຣິກາ ເຕືອນ ການໃຫ້ 13 ຄົນທີ່ຕິດຖ້ຳຫຼວງດຳນ້ຳອອກມາ ອາດໝາຍເຖິງຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 3 ກໍລະກົດ 2018 ວ່າ: ຂ່າວການພົບ 13 ຊີວິດທີ່ຕິດຢູ່ໃນຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ, ຈັງຫວັດຊຽງຣາຍ ປະເທດໄທ ໄດ້ສ້າງຄວາມຍິນດີໄປທົ່ວໂລກ ແຕ່ຍັງເຫຼືອອີກໜຶ່ງບາດລ້ຽວສຳຄັນ ຄືການນຳເອົາທັງ 13 ຄົນນັ້ນອອກຈາກຖ້ຳ ເຊິ່ງຜູ້ຊ່ຽວຊານຂອງສະຫະລັດ ອາເມຣິກາກ່າວວ່າເປັນບາດລ້ຽວທີ່ອັນຕະລາຍ.

ສື່ສຳນັກໃຫຍ່ໆຈາກທົ່ວໂລກຍັງໃຫ້ຄວາມສົນໃຈຕໍ່ກັບບັນຫາດັ່ງກ່າວ ພາຍຫຼັງທີ່ພາລະກິດການຄົ້ນຫາ ແລະ ໃຫ້ການຊ່ວຍເຫຼືອສະມາຊິກ 12 ຄົນຂອງທີມເຕະບານທ້ອງຖິ່ນ ທີມໝູປ່າ ອະຄາເດມີ ແບ່ງເປັນເດັກນ້ອຍຊາຍ 12 ຄົນ ອາຍຸລະຫວ່າງ 11-16 ປີ ແລະ ຄູເຝິກສອນອາຍຸ 25 ປີ ປະສົບຄວາມສຳເລັດໄປໄດ້ຂັ້ນໜຶ່ງເມື່ອຄະນະນັກດຳນ້ຳສາກົນ ຈາກປະເທດອັງກິດ ພົບຕົວທັງ 13 ຄົນແລ້ວ ເມື່ອຄືນວັນຈັນ ທີ່ຜ່ານມາ ພາຍຫຼັງທີ່ຕິດຢູ່ໃນຖ້ຳຫຼວງ ມາຕັ້ງແຕ່ຕອນບ່າຍຂອງວັນທີ 23 ມິຖຸນາ 2018 ທີ່ຜ່ານມາ.


ເຊິ່ງມີລາຍງານວ່າ ເຈົ້າໜ້າທີ່ຂອງທາງການໄທມີແຜນເຝິກສອນໃຫ້ສະມາຊິກທີມໝູປ່າທັງ 13 ຄົນຮຽນຮູ້ວິທີການດຳນ້ຳ ເພື່ອດຳນ້ຳອອກມາຈາກຖ້ຳ ພ້ອມທີມຄົ້ນຫາຈາກປະເທດຕ່າງໆ ນຳໂດຍໜ່ວຍຮົບພິເສດຂອງກອງທັບໄທ ຖ້າບໍ່ດັ່ງນັ້ນອາດຕ້ອງໄດ້ລໍຖ້າອີກຫຼາຍເດືອນ ກວ່າລະດັບນ້ຳຈະຫຼຸດລົງຈົນເຖິງເກນປອດໄພ ເຊິ່ງນັບຕັ້ງແຕ່ເກີດເຫດເຈົ້າໜ້າທີ່ໄດ້ລະດົມທຸກກຳລັງເພື່ອສູບນ້ຳອອກຈາກຖ້ຳໄປໄດ້ແລ້ວຫຼາຍກວ່າ 1.6 ລ້ານລິດ.

ເຖິງຢ່າງໃດກໍ່ຕາມ, ທ່ານ ອັນມາ ເມຍຊາ ຈາກຄະນະກຳມະການກູ້ຊີບໃນຖ້ຳແຫ່ງຊາດສະຫະລັດ ອາເມຣິກາ ກ່າວກັບສຳນັກຂ່າວ CNN ສະແດງຄວາມເປັນຫ່ວງວ່າ ການດຳນ້ຳພາຍໃນຖ້ຳເປັນແນວທາງທີ່ເຕັມໄປດ້ວຍຄວາມສ່ຽງ ແລະ ອັນຕະລາຍຫຼາຍ ແມ່ນແຕ່ຜູ້ທີ່ມີປະສົບການສູງກໍ່ຕາມ, ການນຳທັງ 13 ຄົນ ເຊິ່ງບໍ່ເຄີຍໄດ້ຮັບການເຝິກຝົນເລື່ອງນີ້ມາກ່ອນໃຫ້ດຳຜຸດດຳໂຜອອກມາຈາກຖ້ຳແມ່ນເຕັມດ້ວຍອຸປະສັກ ລວມທັງຍັງມີຖັງອາກາດທີ່ຕິດຕັ້ງໄວ້ຕະຫຼອດເສັ້ນທາງ ແຕ່ຄວາມຜິດພາດພຽງສ້ຽວວິນາທີອາດສົ່ງຜົນເຖິງຊີວິດຂອງທັງ 13 ຄົນ ເຊິ່ງທ່ານ ອັນມາ ເມຍຊາ ສະເໜີວ່າທາງທີ່ດີຄວນເດີນໜ້າສົ່ງສະບຽງເຂົ້າສູ່ພາຍໃນຖ້ຳ ແລະ ໃຫ້ຄວາມຊ່ວຍເຫຼືອທາງດ້ານການແພດເພື່ອໃຫ້ສະພາບຮ່າງກາຍຂອງທັງ 13 ຄົນດີຂຶ້ນກ່ອນ ຈົນກວ່ານ້ຳຈະຫຼຸດລົງ ຫຼື ຈົນກວ່າຈະຄົ້ນພົບທາງເຂົ້າ-ອອກໃໝ່.

No comments

Powered by Blogger.