ມາເລເຊຍແຕ່ງຕັ້ງຊາຍໜຸ່ມອາຍຸພຽງ 25 ປີ ເປັນລັດຖະມົນຕີກະຊວງເຍົາວະຊົນ ແລະ ກີລາ - ອິດສະຫຼະ

ມາເລເຊຍແຕ່ງຕັ້ງຊາຍໜຸ່ມອາຍຸພຽງ 25 ປີ ເປັນລັດຖະມົນຕີກະຊວງເຍົາວະຊົນ ແລະ ກີລາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ດຣ. ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີມາເລເຊຍ ສຳເລັດການແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່ຂອງມາເລເຊຍ ດ້ວຍການແຕ່ງຕັ້ງສະມາຊິກສະພາເພີ່ມອີກ 13 ທ່ານເປັນລັດຖະມົນຕີ ລວມເຖິງ ສະມາຊິກສະພາອາຍຸພຽງ 25 ປີ ທີ່ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີ ທີ່ອາຍຸນ້ອຍທີ່ສຸດຂອງປະເທດ ເທົ່າທີ່ເຄີຍມີມາ ໂດຍໄດ້ຖືກມອບໝາຍໃຫ້ຄຸ້ມຄອງກະຊວງເຍົາວະຊົນ ແລະ ກີລາ.

ຫຼັງຈາກ 2 ເດືອນພາຍຫຼັງທີ່ ທ່ານ ດຣ. ມະຫາເທ ໄດ້ນຳພັນທະມິດທາງການເມືອງ 4 ພັກຍາດໄດ້ໄຊຊະນະຈາກການເລືອກຕັ້ງເໜືອຄວາມຄາດໝາຍ ລົ້ມອຳນາດຈາກ 13 ພັກຮ່ວມລັດຖະບານ ແນວຮ່ວມແຫ່ງຊາດ ທີ່ນຳໂດຍພັກມະລາຢູສາມັກຄີແຫ່ງຊາດ ທີ່ຜູກຂາດອຳນາດຄອງປະເທດມາຍາວນານ ນັບຕັ້ງແຕ່ມາເລເຊຍໄດ້ຮັບເອກະລາດຈາກອັງກິດໃນປີ 1957.

ລັດຖະມົນຕີໃໝ່ 13 ທ່ານ ແລະ ຮອງລັດຖະມົນຕີ 28 ທ່ານ ໄດ້ເຂົ້າພິທີສາບານຕົນຮັບຕຳແໜ່ງ ເມື່ອວັນຈັນທີ່ຜ່ານມາ.

ເຊິ່ງທ່ານ ໄຊຢີດ ຊັດດິກ ອັບດຸນ ຣາມານ ນັກສຶກສານິຕິສາດ ອາຍຸ 25 ປີ ນັກກ່າວປາໄສດີເດັ່ນ ແລະ ເປັນປະທານເຍົາວະຊົນພັກເບີຊາຕູຂອງ ດຣ. ມະຫາເທ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີກະຊວງເຍົາວະຊົນ ແລະ ກີລາ ກາຍເປັນລັດຖະມົນຕີອາຍຸນ້ອຍທີ່ສຸດໃນປະຫວັດສາດການເມືອງຂອງປະເທດ.

ທ່ານ ຢຽມ ບີ ຫຍິນ ວິສະຫະກອນໜຸ່ມ ອາຍຸ 35 ປີ ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີກະຊວງພະລັງງານ, ເຕັກໂນໂລຊີ, ວິທະຍາສາດ, ການປ່ຽນແປງຂອງສະພາບພູມມິອາກາດ ແລະ ສິ່ງແວດລ້ອມ ເຊິ່ງຖືເປັນຄັ້ງທຳອິດທີ່ບັນຫາສິ່ງແວດລ້ອມ ແລະ ເຕັກໂນໂລຊີສິ່ງແວດລ້ອມ ໄດ້ຜູ້ຊ່ຽວຊານສາຍກົງມາຄຸ້ມຄອງກະຊວງ.

ທ່ານ ດຣ. ມະຫາເທ ເຊິ່ງຕອນນີ້ເປັນຜູ້ນຳປະເທດທີ່ມາຈາກການເລືອກຕັ້ງອາຍຸຫຼາຍທີ່ສຸດໃນໂລກ ດ້ວຍອາຍຸ 92 ປີ ໄດ້ຕັ້ງລັດຖະມົນຕີຊຸດທຳອິດ 14 ທ່ານ ຈາກກຸ່ມນັກການເມືອງອາວຸໂສ, ນັກກົດໝາຍ ແລະ ນັກວິຊາການ ແຕ່ການແບ່ງສັນປັນສ່ວນຕຳແໜ່ງລະຫວ່າງ 4 ພັກພັນທະມິດ ທີ່ຮວມກັນໃນນາມ ປາກາຕັນ ຮາຣາປັນ ຫຼື ພັນທະມິດແຫ່ງຄວາມຫວັງ ໃຫ້ສົມສ່ວນ ເຮັດໃຫ້ການແຕ່ງຕັ້ງລັດຖະມົນຕີເຕັມຄະນະຊັກຊ້າ.






No comments

Powered by Blogger.