ທາງການແຂວງອັດຕະປື ເລັ່ງອົບພະຍົບປະຊາຊົນໜີມວນນ້ຳເຊປຽນ ຈາກເຫດສັນເຂື່ອນແຕກ - ອິດສະຫຼະ

ທາງການແຂວງອັດຕະປື ເລັ່ງອົບພະຍົບປະຊາຊົນໜີມວນນ້ຳເຊປຽນ ຈາກເຫດສັນເຂື່ອນແຕກ



24 ກໍລະກົດ 2018 ຫ້ອງວ່າການແຂວງອັດຕະປືໄດ້ເຜີຍແຜ່ພາບການອົບພະຍົບປະຊາຊົນເມືອງສະໜາມໄຊ ຕາມເລວນ້ຳເຊປຽນ ອອກຈາກພື້ນທີ່ເພື່ອຄວາມປອດໄພ ຈາກມວນນ້ຳມະຫາສານຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ສັນເຂື່ອນແຕກ ຕັ້ງແຕ່ມື້ວານນີ້ (23​ ກໍລະກົດ).

ເຊິ່ງລະດັບນ້ຳເຊປຽນ ໄດ້ເພີ່ມຂຶ້ນສູງຢ່າງກະທັນຫັນ ແລະ ໄຫຼເຂົ້າຖ້ວມຫຼາຍບ້ານຂອງເມືອງສະໜາມໄຊ ເຊິ່ງປັດຈຸບັນຍັງມີປະຊາຊົນຕິດຢູ່ກາງນ້ຳ ແລະ ລໍຖ້າການຊ່ວຍເຫຼືອ ໂດຍທາງການແຂວງອັດຕະປືກໍ່ໄດ້ສຸມໃສ່ທຸກກຳລັງ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນແລ້ວ.







No comments

Powered by Blogger.