ປະຊາຊົນເມືອງສະໜາມໄຊຕິດຢູ່ກາງນ້ຳ ຂະນະທີ່ການຊ່ວຍເຫຼືອຍັງພົບຄວາມຫຍຸ້ງຍາກ ແລະ ຝົນຍັງສືບຕໍ່ຕົກຢູ່ - ອິດສະຫຼະ

ປະຊາຊົນເມືອງສະໜາມໄຊຕິດຢູ່ກາງນ້ຳ ຂະນະທີ່ການຊ່ວຍເຫຼືອຍັງພົບຄວາມຫຍຸ້ງຍາກ ແລະ ຝົນຍັງສືບຕໍ່ຕົກຢູ່



ອີງຕາໃການລາຍງານຂອງຫ້ອງວ່າການແຂວງອັດຕະປື 24 ກໍລະກົດ 2018 ໃຫ້ຮູ້ວ່າ: ສະພາບການຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ກາງນ້ຳ ຈາກໄພນ້ຳຖ້ວມຢ່າງກະທັນຫັນຢູ່ເຂດເມືອງສະໜາມໄຊ ແຂວງອັດຕະປື ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງໃນຕອນເຊົ້າມື້ນີ້ ທີ່ບວກກັບມວນນ້ຳມະຫາສານທີ່ໄຫຼລົງມາຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ເມືອງປາກຊ່ອງ ແຂວງຈຳປາສັກ ທີ່ສັນກັ້ນນ້ຳອ້າງເກັບນ້ຳຂອງເຂື່ອນແຕກ.

ເຊິ່ງລະດັບນ້ຳໄດ້ຖ້ວມຂຶ້ນສູງ ບາງຈຸດເຖິງລະດັບຫຼັງຄາເຮືອນ ແລະ ກໍ່ຍັງມີປະຊາຊົນທີ່ຕິດຢູ່ກາງນ້ຳລໍຖ້າການຊ່ວຍເຫຼືອຈາກເຈົ້າໜ້າທີ່ຢູ່, ໂດຍການລາຍງານຂອງທາງການແຂວງອັດຕະປືໄດ້ໃຫ້ຮູ້ວ່າ ເມື່ອເວລາ 23:00 ໂມງ ຂອງມື້ວານນີ້ (23 ກໍລະກົດ) ລະດັບນ້ຳເຊປຽນແທກໄດ້ 15 ແມັດ ທີ່ບ້ານເວີນແຄນ.

ໂດຍຫຼ້າສຸດໃນຕອນເຊົ້າຂອງມື້ນີ້, ເຈົ້າແຂວງອັດຕະປື ແລະ ຄະນະກໍ່ໄດ້ລົງຕິດຕາມການຊ່ວຍເຫຼືອປະຊາຊົນຂອງທຸກໜ່ວຍງານຢ່າງໃກ້ຊິດ ແລະ ໄດ້ຕັ້ງຄະນະຮັບຜິດຊອບເປັນການດ່ວນ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນ ຜູ້ປະສົບໄພໃນຄັ້ງນີ້ ໂດຍມີເບີໂທຕິດຕໍ່ດັ່ງນີ້: 020 5553-6888 ແລະ 020 5563-6210.









No comments

Powered by Blogger.