ແຂວງອັດຕະປືສຸມໃສ່ທຸກກຳລັງເລັ່ງຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກມວນນ້ຳເຂື່ອນແຕກ - ອິດສະຫຼະ

ແຂວງອັດຕະປືສຸມໃສ່ທຸກກຳລັງເລັ່ງຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກມວນນ້ຳເຂື່ອນແຕກ



ຫ້ອງວ່ານແຂວງອັດຕະປືໄດ້ລາຍງານໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018 ນີ້ວ່າ: ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະໄດ້ລົງພື້ນທີ່ຕິດຕາມ ການປະຕິບັດງານຂອງເຈົ້າໜ້າທີ່ທຸກໜ່ວຍ ໃນການໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກມວນນ້ຳທີ່ໄຫຼລົງມາຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະ ໄດ້ເຂົ້າຖ້ວມຢ່າງກະທັນຫັນໃນຫຼາຍບ້ານເຂດເມືອງສະໜາມໄຊ.

ເຊິ່ງທາງການແຂວງອັດຕະປືໄດ້ຕັ້ງຄະນະຮັບຜິດຊອບເປັນການດ່ວນ ເພື່ອຊ່ວຍເຫຼືອປະຊາຊົນ ຜູ້ປະສົບໄພໃນຄັ້ງນີ້ ຢູ່ເຂດເມືອງສະໜາມໄຊ ໂດຍມີເບີໂທຕິດຕໍ່ດັ່ງນີ້: 020 5553-6888 ແລະ 020 5563-6210.

ໂດຍຈາກລາຍງານຂອງປະຊາຊົນໃນເຂດປະສົບໄພໄດ້ໃຫ້ຮູ້ວ່າ: ລະດັບນ້ຳໄດ້ຖ້ວມຂຶ້ນສູງມາຕັ້ງແຕ່ເມື່ອຄືນວັນຈັນ ທີ່ຜ່ານມາເຖິງລະດັບຫຼັງຄາເຮືອນ ແລະ ມີປະຊາຊົນຕິດຢູ່ກາງນ້ຳລໍຖ້າການຊ່ວຍເຫຼືອຢູ່ ເຊິ່ງອີງຕາມຂໍ້ມູນຂອງທາງການອັດຕະປືໃຫ້ຮູ້ອີກວ່າ ລະດັບນ້ຳເຊປຽນ ເມື່ອເວລາ 23:00 ໂມງ ຂອງວັນຈັນ ທີ່ຜ່ານມາ ຂຶ້ນສູງເຖິງ 15 ແມັດ.





No comments

Powered by Blogger.