ມາເບິ່ງລາຍລະອຽດຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ສັນເຂື່ອນແຕກ ນຳກັນ - ອິດສະຫຼະ

ມາເບິ່ງລາຍລະອຽດຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ສັນເຂື່ອນແຕກ ນຳກັນ



ເຂື່ອນເຊປຽນ-ເຊນ້ຳນ້ອຍ ຕັ້ງຢູ່ພູພຽງບໍລິເວນ ເຂດເມືອງປາກຊ່ອງ ແຂວງຈຳປາສັກ ຕໍ່ໃສ່ຊາຍແດນຂອງອັດຕະປື ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມານັບຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງບໍລິສັດ SK Engineering and Construction (SK E) ຈາກປະເທດເກົາຫຼີໃຕ້ຖືຮຸ້ນ 26%, ບໍລິສັດ Korea Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຮຸ້ນ 25%, ບໍລິສັດ Generating Holding Public (RATCH) ຈາກປະເທດໄທ ຖືຮຸ້ນ 25% ແລະ ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 24% ດ້ວຍມູນຄ່າຂອງໂຄງການ 1,020 ລ້ານໂດລາສະຫະລັດ.

ເຂື່ອນມີກຳລັງຕິດຕັ້ງ 410 ເມກາວັດ ເຊິ່ງຈະຂາຍໄຟຟ້າໃຫ້ຝ່າຍການຜະລິດແຫ່ງປະເທດໄທ (EGAT) 90% ແລະ ລັດວິສາຫະກິດໄຟຟ້າລາວ (EDL) 10%, ໂຄງການນີ້ມີອາຍຸສຳປະທານ 27 ປີ ເຊິ່ງເປັນໂຄງການທີ່ມີລັກສະນະການກໍ່ສ້າງດ້ວຍຮູບແບບການຈັດສັນນ້ຳ ໂດຍໃຊ້ຮູບແບບການຜັນນ້ຳຈາກບ່ອນສູງລົງສູ່ບ່ອນຕ່ຳເຊັ່ນ: ການພັດທະນາຝາຍຫ້ວຍໝາກຈັນ ໂດຍການຂຸດທໍ່ຜັນນ້ຳໃຫ້ໄຫຼລົງສູ່ອ່າງເກັບນ້ຳເຂື່ອນເຊປຽນ ຂຸດທໍ່ຜັນນ້ຳຈາກເຂື່ອນເຊປຽນໃຫ້ໄຫຼລົງສູ່ເຂື່ອນເຊນ້ຳນ້ອຍ ແລ້ວເຈາະອຸມົງຜັນນ້ຳລົງສູ່ເຮືອນຈັກຢູ່ແຂວງອັດຕະປື.


ໂດຍຝາຍຫ້ວຍໝາກຈັນມີຄວາມກວ້າງ 2.5 ແມັດ ສູງ 4.6 ແມັດ ແລະ ຍາວ 30 ແມັດ ພື້ນທີ່ເກັບນ້ຳ 81 ຕາລາງກິໂລແມັດ, ເຂື່ອນເຊປຽນສູງ 84 ແມັດ ຍາວ 1,037 ແມັດ ພື້ນທີ່ອ່າງ 217 ຕາລາງກິໂລແມັດ ສາມາດເກັບນ້ຳໄດ້ 28 ລ້ານແມັດກ່ອນ ແລະ ເຂື່ອນເຊນ້ຳນ້ອຍສູງ 73.7 ແມັດ ຍາວ 1,600 ແມັດ ພື້ນທີ່ອ່າງ 522 ຕາລາງກິໂລແມັດ ສາມາດເກັບນ້ຳໄດ້ 1,043 ລ້ານແມັດກ້ອນ.


ເຊິ່ງຈາກສະຖານະການທີ່ມີການລາຍງານຜ່ານສື່ສັງຄົມອອນລາຍວ່າເຂື່ອນແຕກນັ້ນ ແມ່ນສັນອ່າງເກັບນ້ຳຂອງເຂື່ອນເຊນ້ຳນ້ອຍ ທີ່ມີເນື້ອທີ່ອ້າງກວ້າງທີ່ສຸດໃນບັນດາເຂື່ອນທີ່ຢູ່ລວມກັນ ນັ້ນກໍ່ຄື: 522 ຕາລາງກິໂລແມັດ ແລະ ທາງເຈົ້າຂອງໂຄງການໄດ້ຄາດປະລິມານນ້ຳໄວ້ທີ 5,000 ລ້ານໂຕນ ເຊິ່ງມວນນ້ຳດັ່ງກ່າວຈະໄຫຼລົງສູ່ນ້ຳເຊປຽນ ໂດຍບ້ານທີ່ຢູ່ໃກ້ແຄມນ້ຳເຊປຽນ ແລະ ໃກ້ເຂື່ອນທີ່ສຸດແມ່ນບ້ານໃໝ່,​ ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າແສງຈັນ, ບ້ານຕະໝໍຍອດ, ບ້ານທ່າຫິນໃຕ້, ບ້ານທ່າບົກ ແລະ ບ້ານມ່ວງ ເມືອງສະໜາມໄຊ ແຂວງອັດຕະປື, ນອກຈາກນີ້ທາງການແຂວງອັດຕະປືໄດ້ລາຍງານວ່າລະດັບນ້ຳເຊປຽນ ທີ່ວັດແທກຢູ່ບ້ານເວີນແຄນ ສູງເຖິງ 15 ແມັດ ແລະ ໄດ້ໄຫຼເຂົ້າຖ້ວມບັນດາບ້ານດັ່ງກ່າວສູງເຖິງລະດັບຫຼັງຄາເຮືອນແລ້ວ.




No comments

Powered by Blogger.