ປະຊາຊົນເມືອງສະໜາມໄຊ ເລັ່ງອົບພະຍົບຕະຫຼອດທັງຄືນ ໜີນ້ຳສັນເຂື່ອນແຕກ - ອິດສະຫຼະ

ປະຊາຊົນເມືອງສະໜາມໄຊ ເລັ່ງອົບພະຍົບຕະຫຼອດທັງຄືນ ໜີນ້ຳສັນເຂື່ອນແຕກ



ປະຊາຊົນຫຼາຍບ້ານໃນເມືອງສະໜາມໄຊ, ແຂວງອັດຕະປື ໄດ້ມີການເລັ່ງອົບພະຍົບໜີມວນນ້ຳມະຫາສານຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ສັນເຂື່ອນດັ່ງກ່າວໄດ້ແຕກ ເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາ, ເຊິ່ງທາງເຈົ້າຂອງໂຄງການກໍ່ຄື ບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ອອກແຈ້ງເຕືອນວ່າ ຈະມີມວນນ້ຳເຖິງ 5,000 ລ້ານໂຕນ ໄຫຼລົງທີ່ເຂດລຸ່ມເຂື່ອນ ນັ້ນກໍ່ເຂດລຸ່ມແມ່ນ້ຳເຊປຽນ.

ໃນດ້ານຂອງຫ້ອງການວ່າແຂວງອັດຕະປືໄດ້ລາຍງານໃຫ້ຮູ້ວ່າ ລະດັບນ້ຳເຊປ່ຽນເມື່ອເວລາ 23:00 ໂມງ ຂອງຄືນວັນຈັນທີ່ຜ່ານມາ ທີ່ບ້ານເວີນແຄນໄດ້ຂຶ້ນສູງເຖິງຈຸດ 15 ແມັດ ແລະ ໄຫຼແຮງເຂົ້າຖ້ວມເຂດບ້ານໃໝ່, ບ້ານຫິນລາດ ແລະ ບ້ານສະໝອງໃຕ້ ເມືອງສະໜາມໄຊ ພ້ອມທັງໄດ້ຕັ້ງຄະນະຮັບຜິດຊອບຊ່ວຍເຫຼືອປະຊາຊົນທີ່ປະສົບໄພຄັ້ງນີ້ເປັນການດ່ວນ ເບີໂທຕິດຕໍ່ແມ່ນ 020 5553-6888 ແລະ 020 5563-6210.


ນອກຈາກນີ້, ຍັງມີລາຍງານທີ່ມາຈາກທັງປະຊາຊົນໃນເຂດປະສົບໄພ ແລະ ຍາດພີ່ນ້ອງຂອງປະຊາຊົນໃນເຂດດັ່ງກ່າວວ່າ: ມີປະຊາຊົນຈຳນວນຫຼາຍຕິດຢູ່ກາງນ້ຳ ເນື່ອງຈາກປະລິມານນ້ຳໄດ້ຂຶ້ນສູງເຖິງເກືອບຖ້ວມຮອດຫຼັງຄາເຮືອນແລ້ວ ເຊິ່ງມີປະຊາຊົນຕິດຢູ່ພາຍໃນເຮືອນ, ເຊິ່ງທາງການແຂວງອັດຕະປື ກໍ່ໄດ້ຢືນຢັນວ່າ ມີການເລັ່ງດ່ວນໃຫ້ການຊ່ວຍເຫຼືອຢ່າງເຖິງທີ່ສຸດແລ້ວ ແຕ່ເປັນຫ່ວງປະຊາຊົນຫຼາຍ ເນື່ອງຈາກຈາກປະລິມານນ້ຳຂຶ້ນຢ່າງກະທັນຫັນ ບວກກັບເປັນຊ່ວງໄລຍະເວລາກາງຄືນ.






No comments

Powered by Blogger.