ດ່ວນ…! ນ້ຳເຊປຽນຂຶ້ນສູງ 15 ແມັດ ແລະ ໄຫຼແຮງເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນແຕກ - ອິດສະຫຼະ

ດ່ວນ…! ນ້ຳເຊປຽນຂຶ້ນສູງ 15 ແມັດ ແລະ ໄຫຼແຮງເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນແຕກ




ຫ້ອງວ່າການແຂວງອັດຕະປືລາຍງານວ່າ: ຈາກເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ປັດຈຸບັນນ້ຳເຊປຽນຂຶ້ນສູງ ແລະ ໄຫຼແຮງຫຼາຍ ເຂົ້າຖ້ວມບ້ານໃໝ່, ບ້ານຫິນລາດ, ບ້ານສະໜອງໃຕ້ ເມືອງສະໜາມໄຊ ໃນເວລາ 23:00 ໂມງ ລະດັບນ້ຳທີ່ສະຖານີແທກນ້ຳບ້ານເວີນແຄນ ລະດັບນ້ຳຂຶ້ນສູງເຖິງ 15 ແມັດແລ້ວ ແລະ ມີລາຍງານປະຊາຊົນຕິດຢູ່ກາງນ້ຳທີ່ເຂດບ້ານໃໝ່ ເມືອງສະໜາມໄຊ.


ສຳລັບຜູ້ປະສົບໄພສາມາດຕິດຕໍ່ຂໍຄວາມຊ່ວຍເຫຼືອໄດ້ເປັນການດ່ວນກັບຄະນະຮັບຜິດຊອບ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມເຂດສະໜາມໄຊ ໂທ: 020 5553-6888 ແລະ 020 5563-6210.








No comments

Powered by Blogger.