ບັນຍາກາດແຫ່ງນ້ຳຕາ ສອງພີ່ນ້ອງເກົາຫຼີ ໄດ້ພົບກັນເປັນຄັ້ງແລກໃນຮອບ 6 ທົດສະວັດ ແລະ ເປັນງານຮວມຍາດພີ່ນ້ອງຄັ້ງທຳອິດໃນຮອບ 3 ປີ - ອິດສະຫຼະ

ບັນຍາກາດແຫ່ງນ້ຳຕາ ສອງພີ່ນ້ອງເກົາຫຼີ ໄດ້ພົບກັນເປັນຄັ້ງແລກໃນຮອບ 6 ທົດສະວັດ ແລະ ເປັນງານຮວມຍາດພີ່ນ້ອງຄັ້ງທຳອິດໃນຮອບ 3 ປີ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2018 ວ່າ: ປະຊາຊົນເກົາຫຼີໃຕ້ປະມານ 330 ຄົນ ຈາກ 89 ຄອບຄົວ ແລະ ປະຊາຊົນເກົາຫຼີເໜືອ 185 ຄົນ ເຊິ່ງຕ່າງເປັນສະມາຊິກໃນຄອບຄົວດຽວກັນ ແລະ ຍາດພີ່ນ້ອງທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົ່ງຄາມເກົາຫຼີລະຫວ່າງປີ 1950-1953 ມີໂອກາດໄດ້ພົບປະກັນເປັນຄັ້ງທຳອິດໃນຮອບກວ່າ 6 ທົດສະວັດ ທີ່ຣີສອດເບິ່ງພູຄຸມກັງ ທາງຕອນໃຕ້ຂອງເກົາຫຼີເໜືອ ເມື່ອວັນຈັນທີ່ຜ່ານມາ ໂດຍເປັນວັນທຳອິດຈາກທັງໝົດ 3 ວັນຂອງງານລວມຍາດພີ່ນ້ອງສອງເກົາຫຼີ ທີ່ຈັດຂຶ້ນເປັນຄັ້ງທຳອິດນັບຕັ້ງແຕ່ປີ 2015.

ເຖິງແມ່ນວ່າຊ່ວງເວລາຂອງການພົບກັນໃນມື້ທຳອິດເປັນເວລາພຽງບໍ່ພໍເທົ່າໃດຊົ່ວໂມງ ແລະ ຢູ່ພາຍໃຕ້ການສັງເກດການຢ່າງໃກ້ຊິດຂອງເຈົ້າໜ້າທີ່ທັງສອງປະເທດ ແຕ່ບັນຍາກກາດເຕັມໄປດ້ວຍນ້ຳຕາແຫ່ງຄວາມສຸກຂອງທຸກຄອບຄົວ ທີ່ເກີດກວ່າເຄິ່ງຢູ່ໃນໄວອາຍຸແກ່ ແລະ ມີອາຍຸເກີນ 80 ປີແລ້ວ ພ້ອມທັງຫວັງວ່າຈະໄດ້ພົບປະກັບບຸກຄົນສາຍເລືອດດຽວກັນທີ່ຢູ່ອີກຝັ່ງໜຶ່ງຂອງຊາຍແດນກ່ອນຕາຍຈາກກັນ.

ສຳລັບການຮ່ວມມືລະຫວ່າງສອງເກົາຫຼີໃນການຈັດງານລວມຍາດພີ່ນ້ອງຄັ້ງນີ້ ເປັນຜົນມາຈາກການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ບ້ານປັນມຸນຈອມ ເຂດປອດທະຫານຝັ່ງເກົາຫຼີໃຕ້ ເມື່ອວັນທີ 27 ເມສາ ທີ່ຜ່ານມາ, ໂດຍນອກຈາກປະຊາຊົນເກົາຫຼີໃຕ້ ແລະ ເກົາຫຼີເໜືອກຸ່ມນີ້ເຊິ່ງຕ່າງໄດ້ຮັບການຄັດເລືອກຈາກລັດຖະບານຂອງຕົນເອງ ໃຫ້ເຂົ້າຮ່ວມງານພົບຍາດພີ່ນ້ອງແລ້ວ ຍັງມີພົນລະເມືອງເກົາຫຼີໃຕ້ອີກປະທານ 3,700 ຄົນໄດ້ຮັບອະນຸຍາດໃຫ້ສົ່ງວິດີໂອໄປເຖິງພົນລະເມືອງເກົາຫຼີເໜືອ ເຊິ່ງໄດ້ຮັບການກວດສອບແລ້ວວ່າເປັນສາຍເລືອດດຽວກັນອີກດ້ວຍ.

ເຊິ່ງສະຖິຕິຂອງກະຊວງຮວມຊາດເກົາຫຼີໃຕ້ເປີດເຜີຍວ່າ ປັດຈຸບັນມີປະຊາຊົນເກົາຫຼີໃຕ້ປະມານ 600,000 ເຖິງ 700,000 ຄົນ ຍັງຄົງມີສະມາຊິກສາຍກົງ ຫຼື ຍາດພີ່ນ້ອງອາໄສຢູ່ເກົາຫຼີເໜືອ ໜຶ່ງໃນນັ້ນລວມເຖິງຜູ້ນຳເກົາຫຼີໃຕ້ຄົນປັດຈຸບັນ ໂດຍທ່ານ ມູນ ແຈ-ອິນ ເຄີຍໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມງານຮວມຍາດພີ່ນ້ອງເມື່ອປີ 2004 ແລະ ໄດ້ພົບກັບແມ່ປ້າ ທີ່ເປັນປະຊາຊົນເກົາຫຼີເໜືອ, ອີກຢ່າງໜຶ່ງ ສອງເກົາຫຼີໄດ້ຈັດງານຮວມຍາດພີ່ນ້ອງແລ້ວປະມານ 20 ຄັ້ງ ຄັ້ງທຳອິດເກີດຂຶ້ນເມື່ອປີ 2000 ແລະ ລັດຖະບານເກົາຫຼີໃຕ້ຊຸດປັດຈຸບັນຫວັງເປັນຢ່າງຍິ່ງວ່າ ຈະສາມາດຈັດງານໄດ້ເລື້ອຍໆໄປຫຼາຍຄັ້ງກວ່ານີ້.









No comments

Powered by Blogger.