ກຸ່ມຕາລີບັນ ປະຕິເສດຂໍ້ສະເໜີຢຸດຍິງກັບລັດຖະບານອາຟະການິດສະຖານ - ອິດສະຫຼະ

ກຸ່ມຕາລີບັນ ປະຕິເສດຂໍ້ສະເໜີຢຸດຍິງກັບລັດຖະບານອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2018 ໂດຍອ້າງອີງຈາກແຫຼ່ງຂ່າວລະດັບສູງ 2 ຄົນໃນກຸ່ມຕາລີບັນ ເປີດເຜີຍກັບສຳນັກຂ່າວ Rueters ວ່າທ່ານ ໄຮບາຕຸນເລາະ ອັກຮຸນຊາດາ ຜູ້ນຳສູງສຸດຂອງກຸ່ມຕາລີບັນ ປະຕິເສດຂໍ້ສະເໜີຂອງທ່ານ ອັສຣາບ ການີ ປະເທດປະເທດອາຟະການິດສະຖານ ໃນການຢຸດຍິງຊົ່ວຄາວຄັ້ງໃໝ່ກັບກຸ່ມຕາລີບັນ ຕັ້ງແຕ່ວັນທີ 20 ສິງຫາ 2018 ທີ່ຜ່ານມາເປັນຕົ້ນໄປ ເຊິ່ງເປັນວັນອີດິນອັດຮາ ເພື່ອຮ່ວມສະເຫຼີມສະຫຼອງການປະກອບພີທີຮັດ ທີ່ເມືອງເມກກະ ປະເທດອາຣັບບີ ຊາອູດິດ ແລະ ຫວັງວ່າຈະສາມາດຂະຫຍາຍໄລຍະເວລາໃຫ້ເຖິງວັນທີ 21 ພະຈິກ 2018 ເຊິ່ງກົງກັບວັນສະເຫຼີມສະຫຼອງວັນຄ້າຍວັນເກີດຂອງສາສະດາມູຮຳໝັດ ຕາມຄວາມເຊື່ອຂອງຊາວອາຟະການິດສະຖານ.

ກຸ່ມຕາລີບັນໃຫ້ເຫດຜົນຂອງການປະຕິເສດຂໍ້ສະເໜີດັ່ງກ່າວວ່າ ການຕອບຮັບອາດເປັນການເປີດໂອກາດໃຫ້ກອງທັບຕ່າງປະເທດ ຂະຫຍາຍໄລຍະເວລາປະຈຳການຢູ່ໃນອາຟະການິດສະຖານຕໍ່ໄປໄດ້ອີກ ເຖິງແມ່ນວ່າບໍ່ກ່າວເຖິງຊື່ປະເທດທີ່ສາມໂດຍກົງ ແຕ່ເປັນທີ່ຮັບຮູ້ກັນດີຢູ່ແລ້ວວ່າໝາຍເຖິງສະຫະລັດ ອາເມຣິກາ ແລະ ກຸ່ມພັນທະມິດຕາເວັນຕົກ.


ໃນເວລາດຽວກັນ ມີລາຍງານການຍິງຈະຫຼວດຢ່າງໜ້ອຍ 9 ລູກເຂົ້າໃສ່ບໍລິເວນເຊິ່ງເປັນສະຖານທີ່ຕັ້ງຂອງສະຖານທູດ ແລະ ສຳນັກງານຂອງອົງການລະຫວ່າງປະເທດໃນນະຄອນຫຼວງກາບູນ ແລະ ມີກຸ່ມຄວັນລອຍຂຶ້ນມາຈາກມັດສະຢິດອີດກາ ໃນເຂດຣີກາ ຄານາ ແລະ ມີການເສີມກຳລັງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຈຳນວນຫຼາຍ ໃກ້ກັບສະໜາມກີລາແຫ່ງຊາດໃນນະຄອນຫຼວງກາບູນ, ໃນດ້ານຂອງກະຊວງປ້ອງກັນຄວາມສະຫງົບຂອງອາຟະການິດສະຖານເປີດເຜີຍຂໍ້ມູນໃນເບື້ອງຕົ້ນວ່າ ກຸ່ມຄົນຮ້າຍເຊິ່ງຍັງບໍ່ຈັດເຊນວ່າເປັນຝ່າຍໃດ ຢຶດອາຄານຫຼັງໜຶ່ງທີ່ຕັ້ງຢູ່ໃກ້ກັບມັດສະຢິດ ແລ້ວລະດົມຍິງຈະຫຼວດອອກມາ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງ ເຊິ່ງມັດສະຢິດອີດກາຕັ້ງຢູ່ບໍ່ໄກຈາກທຳນຽບປະທານປະເທດ.




No comments

Powered by Blogger.