ປ.ທຣຳກ່າວ ຈະບໍ່ເປັນຝ່າຍຖອຍໃຫ້ກັບຕວັກກີ ຕໍ່ກັບຄວາມຂັດແຍ່ງໃນຄັ້ງນີ້ - ອິດສະຫຼະ

ປ.ທຣຳກ່າວ ຈະບໍ່ເປັນຝ່າຍຖອຍໃຫ້ກັບຕວັກກີ ຕໍ່ກັບຄວາມຂັດແຍ່ງໃນຄັ້ງນີ້



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນຈັນທີ່ຜ່ານມາ ກ່ຽວກັບສາຍພົວພັນປັດຈຸບັນລະຫວ່າງສະຫະລັດ ອາເມຣິກາ ກັບ ຕວັກກີ ວ່າທ່ານຈະບໍ່ມີທາງທີ່ຈະເປັນຝ່າຍຖອຍ ແລະ ເຕືອນລັດຖະບານຕວັກກີວ່າ ກຳລັງກະທຳຜິດຢ່າງຮ້າຍແຮງ ພ້ອມທັງຢືນຢັນວ່າມາດຕະການກົດດັນທາງເສດຖະກິດຂອງລັດຖະບານສະຫະລັດ ອາເມຣິກາ ຕໍ່ຕວັກກີເໝາະສົມແລ້ວ.

ເຊິ່ງຜູ້ນຳສະຫະລັດ ອາເມຣິກາກ່າວຢ່າງຊັດເຈນເຖິງເງື່ອນໄຂ ທີ່ລັດຖະບານຕວັກກີທີ່ຫວັງຢາກໃຫ້ລັດຖະບານສະຫະລັດ ອາເມຣິກາເປັນຝ່າຍປະນີປະນອມກ່ອນ ແຕ່ສື່ທ້ອງຖິ່ນຂອງສະຫະລັດ ອາເມຣິກາຫຼາຍແຫ່ງລາຍງານໂດຍອ້າງແຫຼ່ງຂ່າວໃນທຳນຽບຂ່າວວ່າ ເພື່ອແລກກັບອິດສະຫຼະພາບຂອງທ່ານ ແອນດຼູ ບຼັນສັນ ບາດຫຼວງຊາວອາເມຣິກາ ອາຍຸ 50 ປີ ທີ່ຖືກທາງການຕວັກກີຈັບກຸມ ແລະ ດຳເນີນຄະດີໃນຂໍ້ຫາກໍ່ການຮ້າຍຕັ້ງແຕ່ປີ 2016 ແຕ່ອາດລວມເຖິງການປ່ອຍຕົວພົນລະເມືອງອາເມຣິກາອີກຫຼາຍຄົນ ແລະ ພົນລະເມືອງຕວັກກີທີ່ເຮັດວຽກໃຫ້ກັບສະຖານທູດສະຫະລັດ ອາເມຣິກາ ແລະ ກົງສູນສະຫະລັດ ອາເມຣິກາ ລັດຖະບານຕວັກກີຕ້ອງການໃຫ້ສະຫະລັດ ອາເມຣິກາກວດສອບທະນາຄານຮັລ ສະຖາບັນການເງິນຂອງຕວັກກີທີ່ກະຊວງການເງິນສະຫະລັດ ອາເມຣິກາກ່າວຫາວ່າຊ່ວຍເຫຼືອອີຣານຈາກມາດຕະການຂວໍ້າບາດຂອງສະຫະລັດ ອາເມຣິກາ.

ນອກຈາກນີ້, ລັດຖະບານຕວັກກີຕ້ອງການໃຫ້ສະຫະລັດ ອາເມຣິກາເຈລະຈາກັບອິດສະຣາແອນ ເພື່ອຊ່ວຍເຫຼືອນາງ ອີບຣູ ອອສກັນ ແມ່ຍິງຊາວຕວັກກີທີ່ຖືກຈັບກຸມຢູ່ໃນອິດສະຣາແອນ, ເຖິງຢ່າງໃດກໍ່ຕາມ ລັດຖະບານສະຫະລັດ ອາເມຣິກາຢືນຢັນວ່າ ຂໍ້ຮຽກຮ້ອງທັງໝົດຂອງຕວັກກີ ຈະໄດ້ຮັບກາດຕອບສະໜອງ ເມື່ອບາດຫຼວງບຼັນສັນໄດ້ຮັບຜິດສະຫຼະພາບເທົ່ານັ້ນ.


ທ່າທີດັ່ງກ່າວຂອງທ່ານ ໂດໂນ ທຣຳ ເກີດຂຶ້ນໃນເວລາດຽວກັນກັບທີ່ຕວັກກີ ແລະ ກາຕາໄດ້ເພີ່ມການຮ່ວມມືທາງການຄ້າຜ່ານຂໍ້ຕົກລົງຫຼາຍສະບັບ ແລະ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວເມື່ອອາທິດທີ່ຜ່ານມາວ່າ ລັດຖະບານຈີນສະໜັບສະໜູນການສ້າງສະຖຽນລະພາບທາງການເມືອງ ແລະ ເສດຖະກິດຂອງຕວັກກີ, ໃນດ້ານຂອງສຳນັກງານຕຳຫຼວດນະຄອນບານຂອງຕວັກກີເປີດເຜີຍວ່າ ໄດ້ຈັບກຸ່ມຊາວຕວັກກີ 2​ ຄົນ ທີ່ມີປະຫວັດອາຊະຍາກຳທັງຄູ່ ຕ້ອງສົ່ງໄສເປັນຜູ້ໃຊ້ປືນຍິ່ງໃສ່ແວ່ນແກ້ວຂອງຕຶກສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງອັງກາຣາ ເມື່ອວັນຈັນທີ່ຜ່ານມາ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.


No comments

Powered by Blogger.