ລັດຖະມົນຕີມາເລເຊຍ ໂຈະໂຄງການຂະໜາດໃຫຍ່ທີ່ຮ່ວມມືກັບຈີນ ເພື່ອຫຼຸດຜ່ອນພາລະໜີ້ສິນ - ອິດສະຫຼະ

ລັດຖະມົນຕີມາເລເຊຍ ໂຈະໂຄງການຂະໜາດໃຫຍ່ທີ່ຮ່ວມມືກັບຈີນ ເພື່ອຫຼຸດຜ່ອນພາລະໜີ້ສິນ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2018 ວ່າ: ທ່ານ ດຣ. ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີມາເລເຊຍ ກ່າວພາຍຫຼັງສຳເລັດພາລະກິດຢ້ຽມຢາມປະເທດຈີນຢ່າງເປັນທາງການເປັນເວລາ 5 ວັນວ່າ: ທ່ານໄດ້ອະທິບາຍກັບຄະນະຜູ້ນຳຈີນ ທີ່ນຳໂດຍທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫຼີ ເຄິ້ສຽງ ນາຍົກລັດຖະມົນຕີຂອງຈີນວ່າ ມາເລເຊຍມີຄວາມຈຳເປັນຕ້ອງໂຈະພັກໂຄງການການຮ່ວມມືກັບຈີນໃນການລົງທຶນພັດທະນາລະບົບໂຄງສ້າງພື້ນຖານໂຄງລ່າງໄວ້ກ່ອນ ເນື່ອງຈາກວາລະແຫ່ງຊາດທີ່ມາເລເຊຍໃຫ້ຄວາມສຳຄັນເປັນລຳດັບທຳອິດຄື ການແກ້ໄຂພາລະໜີ້ສິນສາທາລະນະທີ່ສູງກວ່າ 250,000 ລ້ານໂດລາສະຫະລັດ ເຊິ່ງລັດຖະບານຈີນມີຄວາມເຂົ້າໃຈ ແລະ ຍອມຮັບກັບສະຖານະການຂອງມາເລເຊຍ.



ເຊິ່ງທ່ານ ດຣ. ມະຫາເທ ກ່າວວ່າ ໂຄງການຂະໜາດໃຫຍ່ທີ່ມາເລເຊຍຈະໂຈະໄວ້ກ່ອນມີທັງໝົດ 3 ໂຄງການ ເຊິ່ງຈະຊ່ວຍໃຫ້ລັດຖະບານປະຢັດງົບປະມານໄດ້ 20,000 ລ້ານໂດລາສະຫະລັດ ໄດ້ແກ່: ໂຄງການກໍ່ສ້າງເສັ້ນທາງລົດໄຟຊາຍຝັ່ງຕາເວັນອອກ ເຊິ່ງເປັນສ່ວນໜຶ່ງຂອງແຜນຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງ ທີ່ໄດ້ເລີ່ມດຳເນີນການກໍ່ສ້າງໄປແລ້ວເມື່ອປີທີ່ຜ່ານມາ ພາຍຫຼັງທີ່ມີການລົງນາມເມື່ອເດືອນມີນາ 2016 ແລະ ມີກຳນົດສຳເລັດສົມບູນໃນປີ 2030 ເສັ້ນທາງລົດໄຟດັ່ງກ່າວມີຄວາມຍາວທັງໝົດ 688 ກິໂລແມັດ ເຊື່ອມຕໍ່ລະຫວ່າງລັດປະຫັງ ຜ່ານຊາຍແດນໄທບາງສ່ວນ ແລ້ວເຊື່ອມກັບຊ່ອງແຄບມະລະກາທີ່ຢູ່ທາງຕາເວັນຕົກ ເຊິ່ງເປັນໜຶ່ງໃນເສັ້ນທາງເດີນເຮືອສາຍສຳຄັນຂອງໂລກ.

ນອກຈາກນີ້ ຍັງມີໂຄງການທໍ່ສົ່ງນ້ຳມັນ ແລະ ແກັດທຳມະຊາດອີກ 2 ສາຍ, ສາຍທຳອິດຢູ່ລັດຊາບາ ເທິງເກາະບໍນຽວ, ສ່ວນອີກສາຍໜຶ່ງເລີ່ມຈາກລັດມະລະກາ ທີ່ຢູ່ທາງຕາເວັນຕົກ ຂຶ້ນເໜືອສູ່ລັດເກີດະ ໂດຍສຳນັກງານທໍ່ສົ່ງປິໂຕຣລຽມຈີນ (CCPB) ເປັນຜູ້ໄດ້ຮັບສຳປະທານ ແຕ່ລັດຖະບານມາເລເຊຍຊຸດທີ່ຜ່ານມາຈ່າຍເງິນຫຼາຍເຖິງ 88% ຂອງມູນຄ່າຂໍ້ຕົກລົງໃນໂຄງການນີ້ ທີ່ມີມູນຄ່າລວມ 9,400 ລ້ານໂດລາສະຫະລັດ ໃຫ້ກັບ CCPB ທັງໆທີ່ໂຄງການກໍ່ສ້າງສຳເລັດໄປພຽງແຕ່ 13% ເທົ່ານັ້ນ ນັບຕັ້ງແຕ່ເລີ່ມກໍ່ສ້າງເມື່ອ 2 ປີທີ່ຜ່ານມາ.


No comments

Powered by Blogger.