ອີຣານກ່າວວ່າ ສ.ອາເມຣິກາ ເສບຕິດມາດຕະການຂວໍ້າບາດ - ອິດສະຫຼະ

ອີຣານກ່າວວ່າ ສ.ອາເມຣິກາ ເສບຕິດມາດຕະການຂວໍ້າບາດ



ສຳນັກຂ່າວຕ່າງປະເທດລາຍງານ 21​ ສິງຫາ 2018 ວ່າ: ທ່ານ ໂມຣຳໝັດ ຈາວາດ ຊາຣີບ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ກ່າວເມື່ອວັນຈັນທີ່ຜ່ານມາວ່າ: ລັດຖະບານສະຫະລັດ ອາເມຣິກາປ່ວຍເປັນໂລກເສບຕິດມາດຕະການຂວ້ຳບາດ ເຖິງແມ່ນວ່າລັດຖະບານສະຫະລັດ ອາເມຣິກາ ໃນສະໄໝການນຳຂອງທ່ານ ບາຣັກ ໂອບາມາ ຈະຜ່ອນຄາຍມາດຕະການຂວໍ້າບາດຫຼາຍດ້ານຕໍ່ອີຣານ ຕາມແນວທາງປະຕິບັດຂອງຂໍ້ຕົກລົງນິວເຄຼຍສະບັບປີ 2015 ແຕ່ໃນທາງປະຕິບັດ ລັດຖະບານພາຍໃຕ້ການນຳຂອງທ່ານ ບາຣັກ ໂອບາມາ ກໍ່ຍັງໃຫ້ຄວາມສຳຄັນກັບມາດຕະກາຂວໍ້າບາດທີ່ຍັງບໍ່ໄດ້ຜ່ອນຄາຍ ຫຼື ຍົກເລີກ ແທນທີ່ຈະໃສ່ໃຈຕໍ່ການຟື້ນຟູສາຍພົວພັນກັບອີຣານ ໂອຍອາໄສໂອກາດຈາກມາດຕະການທີ່ຍົກເລີກໄປແລ້ວ.
ເຊິ່ງທ່ານ ໂມຣຳໝັດ ຈາວາດ ຊາຣີບ ຍັງຄົງເຊື່ອໝັ້ນວ່າຂໍ້ຕົກລົງນິວເຄຼຍ ຍັງສາມາດໃຊ້ເປັນພື້ນຖານຂອງການຮ່ວມມືລະຫວ່າງອີຣານ ກັບ ປະເທດທີ່ເປັນຄູ່ຮ່ວມຕໍ່ໄປໄດ້ ເຖິງແມ່ນວ່າລັດຖະບານສະຫະລັດ ອາເມຣິກາຊຸດປັດຈຸບັນພາຍໃຕ້ການນຳພາຂອງທ່ານ ໂດໂນ ທຣຳ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວເມື່ອເດືອນພຶດສະພາ ທີ່ຜ່ານມາກໍ່ຕາມ ແລະ ໄດ້ຟື້ນຟູການຂວໍ້າບາດຊຸດໃໝ່ຕໍ່ອີຣານ ເມື່ອຕົ້ນເດືອນນີ້ ພ້ອມທັງວິຈານການທີ່ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຈັດຕັ້ງໜ່ວຍງານພິເສດສະເພາະດ້ານໃນຊື່ “ກຸ່ມປະຕິບັດການອີຣານ” ເພື່ອເພີ່ມແຮງກົດດັນແກ່ພັນທະມິດຂອງຕົນ ແລະ ລັດຖະບານອີຣານກ່າວວ່າເປັນອີກຄັ້ງໜຶ່ງທີ່ລັດຖະບານສະຫະລັດ ອາເມຣິາຫຼິ້ນໃນເກມແບບເດີມໆ ນັ້ນຄືການປຸກປັ້ນຍຸຍົງໃຫ້ເກີດຄວາມແຕກແຍກ.

ຕໍ່ຂໍ້ຊັກຖາມທີ່ວ່າ ແລ້ວທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ຈະມີໂອກາດໄດ້ພົບປະຫາລືກັບຜູ້ນຳສະຫະລັດ ອາເມຣິກາຫຼືບໍ່? ພາຍຫຼັງທີ່ກ່ອນໜ້ານັ້ນທ່ານ ໂດໂນ ທຣຳ ເຄີຍກ່າວວ່າທ່ານມີຄວາມພ້ອມແບບບໍ່ມີເງື່ອນໄຂ ໃນການພົບປະຫາລືກັບຜູ້ນຳອີຣານ, ທ່ານ ໂມຣຳໝັດ ຈາວາດ ຊາຣີບ ກ່າວວ່າ ລັດຖະບານສະຫະລັດ ອາເມຣິກາຄວນເຄົາລົບຕໍ່ຂໍ້ຕົກລົງນິວເຄຼຍກ່ອນ ແຕ່ຍອມຮັບວ່າມາດຕະການກົດດັນທາງເສດຖະກິດຂອງສະຫະລັດ ອາເມຣິກາສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງປະຊາຊົນອີຣານ ໂດຍສະເພາະໃນດ້ານການເຂົ້າເຖິງລະບົບສາທາລະນະສຸກ ແລະ ພາກກະສິກຳ, ຂະນະທີ່ຕໍ່ມາກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ປະຕິເສດ ໂດຍກ່າວວ່າລັດຖະບານສະຫະລັດ ອາເມຣິກາ ບໍ່ເຄີຍກົດດັນອີຣານໃນເລື່ອງນີ້.

ໃນອີກດ້ານໜຶ່ງ ສຳນັກຂ່າວທາສນິມຂອງທາງການອີຣານ ລາຍງານວ່າທ່ານ ຮັສຊັນ ໂຣຮານີ ໄດ້ເຂົ້າຮ່ວມພິທີເປີດຕົວຍົນຂັບໄລ່ລຸ້ນໃໝ່ຊື່ Kowsar ເຊິ່ງເປັນຍົນທີ່ໄດ້ຮັບການອອກແບບ ແລະ ຜະລິດຂຶ້ນເອງພາຍໃນປະເທດ.


No comments

Powered by Blogger.