ສະຖານທູດ ສ.ອາເມຣິກາ ໃນຕວັກກີຖືກຍິງ ທ່າມກາງຄວາມເຄັ່ງຕຶງທັງທາງການເມືອງ ແລະ ເສດຖະກິດຂອງສອງຝ່າຍ - ອິດສະຫຼະ

ສະຖານທູດ ສ.ອາເມຣິກາ ໃນຕວັກກີຖືກຍິງ ທ່າມກາງຄວາມເຄັ່ງຕຶງທັງທາງການເມືອງ ແລະ ເສດຖະກິດຂອງສອງຝ່າຍ



ສຳນັກຂ່າວຕ່າງປະເທດລາຍງານ 20 ສິງຫາ 2018 ວ່າ: ຕຳຫຼວດນະຄອນຫຼວງອັງກາຣາລາຍງານການເກີດເຫດຄົນຮ້າຍໃຊ້ລົດສີຂາວເປັນພາຫະນະ ຂັບຜ່ານໜ້າສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງອັງກາຣາ ປະເທດຕວັກກີ ເມື່ອວເລາ 05:00 ໂມງ ຕາມເວລາທ້ອງຖິ່ນຂອງວັນຈັນນີ້ ແລ້ວຍິງປືນປະມານ 4-5 ນັດ ເຂົ້າໃສ່ສ່ວນທີ່ເປັນຫ້ອງຂອງເຈົ້າໜ້າທີ່ຮັກສາຄວາມປອດໄພ ທີ່ຕັ້ງຢູ່ບໍລິເວນປະຕູໝາຍເລກ 6 ກ່ອນຫຼົບໜີໄປຢ່າງວ່ອງໄວ.

ເຊິ່ງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຫາຕົວຄົນຮ້າຍຈາກກ້ອງວົງຈອນປິດ ທີ່ຕັ້ງຢູ່ຮອບສະຖານທູດ, ໃນຂະນະທີ່ທ່ານ ເດວິດ ໄກເນີ ໂຄສົກສະຖານທູດສະຫະລັດ ອາເມຣິກາກ່າວວ່າ ເຖິງແມ່ນວ່າລູກປືນໄດ້ສ້າງຄວາມເສຍຫາຍໃຫ້ກັບແວ່ນແກ້ວຂອງອາຄານ ແຕ່ກໍ່ບໍ່ໄດ້ຮ້າຍແຮງ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ ເພາະສະຖານທູດປິດໃຫ້ບໍລິການໃນອາທິດນີ້ ເນື່ອງຈາກເປັນຊ່ວງເທດສະການອີດິນ-ອັນ-ອັດຮາ ເພື່ອຮ່ວມສະເຫຼີມສະຫຼອງການປະກອບພິທີຮັດ ທີ່ເມືອງເມກກະ ໃນອາຣັບບີ ຊາອູດິດ.



ເຖິງຢ່າງໃດກໍ່ຕາມ, ເຫດການດັ່ງກ່າວເກີດຂຶ້ນຢ່າງພໍດິບພໍດີກັນກັບໄລຍະທີ່ສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ຕວັກກີກຳລັງເຄັ່ງຕຶງຢ່າງຮຸນແຮງ ຈາກກໍລະນີທີ່ລັດຖະບານຕວັກກີຈັບກຸມ ແລະ ດຳເນີນຄະດີກໍ່ການຮ້າຍກັບທ່ານ ແອນດຼູ ບຼັນສັນ ບາດຫຼວງຊາວອາເມຣິກາ ແລະ ສະຫະລັດ ອາເມຣິກາເດີນໜ້າຂວໍ້າບາດທາງເສດຖະກິດຕໍ່ຕວັກກີຢ່າງຕໍ່ເນື່ອງ ກົດດັນໃຫ້ຄ່າເງິນລີຣາຂອງຕວັກກີອ່ອນຄ່າລົງເປັນປະຫວັດສາດ ແຕ່ທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ຢືນຢັນວ່າຈະບໍ່ມີທາງເປັນຝ່າຍອ່ອນຂໍ້ໃນເລື່ອງນີ້.



No comments

Powered by Blogger.