ການກອບກູ້ໄພພິບັດສະໜາມໄຊ ຍັງເຄື່ອນໄປຢ່າງຊັກຊ້າ ເພາະສະພາບດິນຟ້າບໍ່ອຳນວຍ - ອິດສະຫຼະ

ການກອບກູ້ໄພພິບັດສະໜາມໄຊ ຍັງເຄື່ອນໄປຢ່າງຊັກຊ້າ ເພາະສະພາບດິນຟ້າບໍ່ອຳນວຍ



ລາຍງານ 19 ສິງຫາ 2018 ຈາກການຖະແຫຼງຂອງທາງການເມືອງສະໜາມໄຊ ແຂວງອັດຕະປື ຕໍ່ກັບສະພາບການຊ່ວຍເຫຼືອຜູ້ປະສົບໄພ ແລະ ຄົ້ນຫາຜູ້ສູນຫາຍຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທ່ານ ນາງ ມີນາພອນ ໄຊສົມພູ ຜູ້ຊີ້ນຳພາກສະໜາມໃຫ້ຮູ້ວ່າ: ນັບຕັ້ງແຕ່ວັນທີ 20 ສິງຫາ 2018 ເປັນຕົ້ນໄປ ຈະຈັດຖະແຫຼງຄວາມຄືບໜ້າ 3 ວັນຕໍ່ 1 ຄັ້ງ ໂດຍໄດ້ກຳນົດເວົ້າທຸກໆວັນຄານ ແລະ ວັນສຸກຂອງແຕ່ລະອາທິດ ໂດຍໃຫ້ເຫດຜົນວ່າສະຖານະການໄດ້ຄ່ອຍໆເຂົ້າສູ່ສະພາບປົກກະຕິແລ້ວ.


ໃນດ້ານຂອງທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ລາຍງານຕໍ່ວ່າ: ກອງທັບປະຊາຊົນລາວມີການກະກຽມ ເພື່ອສືບຕໍ່ຄົ້ນຫາຜູ້ສູນຫາຍ ໂດຍໄດ້ມີການອອກສຳຫຼວດພື້ນທີ່ຕົວຈິງ ເພື່ອຫາຊ່ອງທາງໃໝ່ທີ່ຈະເຂົ້າເຖິງບ້ານຫິນລາດ ແລະ ບ້ານສະໜອງໃຕ້ ເນື່ອງຈາກບໍ່ສາມາດເຂົ້າເຖິງໄດ້ຜ່ານຊ່ອງທາງປົກກະຕິ ເພາະຝົນຕົກໜັກເຮັດໃຫ້ນ້ຳຖ້ວມ ຈຶ່ງໄດ້ມີການສຳຫຼວດເສັ້ນທາງເພື່ອເຂົ້າໄປໃນບ້ານດັ່ງກ່າວຜ່ານທາງເມືອງປາກຊ່ອງ ແຂວງຈຳປາສັກ ມາສອດໃສ່ບ້ານໄຊດອນໂຂງ, ບ້ານໜອງຫິນ ແລະ ບ້ານຕະມໍຢອດ ແລ້ວລົງໃສ່ບ້ານຫິນລາດ ເຊິ່ງປັດຈຸບັນທາງກອງທັບໄດ້ສຳຫຼວດມາຮອດບ້ານໄຊດອນໂຂງແລ້ວ ແລະ ຫາກດິນຟ້າອາກາດອຳນວຍ ຈະສາມາດເລີ່ມສືບຕໍ່ຄົ້ນຫາຜູ້ສູນຫາຍໄດ້ພາຍໃນວັນຈັນທີ່ຈະມາເຖິງນີ້.

ທ່ານ ບຸນໂຮມ ກ່າວອີກວ່າ: ໃນໄລຍະ 2-3 ວັນທີ່ຜ່ານມາຈາກຝົນມີຕົກໜັກ ເຮັດໃຫ້ລະດັບນ້ຳເຊກອງ ແລະ ເຊປຽນຂຶ້ນສູງຖ້ວມເມືອງສະໜາມໄຊອີກຄັ້ງ ຈຶ່ງເຮັດໃຫ້ພາລະກິດການຄົ້ນຫາຜູ້ສູນຫາຍຕ້ອງຢຸດຊົ່ວຄາວ ແຕ່ມາຮອດວັນອາທິດນີ້ ລະດັບນ້ຳທັງສອງສາຍໄດ້ຫຼຸດລົງແລ້ວ ແລະ ສາມາດສັນຈອນດ້ວຍລົດຈາກແຂວງ ເຂົ້າສູ່ເມືອງສະໜາມໄຊໄດ້ແລ້ວ ແລະ ໄດ້ມີການສືບຕໍ່ລຳລຽງຂົນສະບຽນອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນຈາກແຂວງເຂົ້າມາໃນເມືອງສະໜາມໄຊ ໄດ້ 27 ຖ້ຽວລົດ.

ເຖິງຢ່າງໃດກໍ່ຕາມເຈົ້າເມືອງສະໜາມໄຊ ຍອມຮັບວ່າການຂົນສົ່ງສະບຽງອາຫານໄປຍັງຈຸດອົບພະຍົບທີ່ຢູ່ນອກເທດສະບານເມືອງສະໜາມໄຊ ຍັງພົບກັບບັນຫາຫຍຸ້ງຍາກ ເຊັ່ນຈຸດດອນດົກ, ຈຸດສະໜອງໃຕ້, ຈຸດປິນດົງ ແລະ ຈຸດຕະມໍຢອດ ທີ່ຍັງບໍ່ສາມາດສັນຈອນໄປໄດ້ດ້ວຍທາງລົດ ແຕ່ກໍ່ໄດ້ພະຍາຍາມທຸກຊ່ອງທາງເພື່ອລຳລຽງສະບຽນອາຫານເຂົ້າໄປ.

ສ່ວນໃນເລື່ອງການບຸກເບີກສະຖານທີ່ເພື່ອສ້າງທີ່ພັກອາໄສຊົ່ວຄາວໃຫ້ປະຊາຊົນຜູ້ປະສົບໄພນັ້ນ, ທ່ານ ບຸນໂຮມ ໃຫ້ຮູ້ວ່າ: ການກໍ່ສ້າງສູນພັກເຊົາຊົ່ວຄາວທີ່ບ້ານຫາດຍາວ ຈຳນວນ 10 ອາຄານ ມີ 140 ຫ້ອງ ຄືບໜ້າແລ້ວ 50% ແລະ ຄາດວ່າຈະສຳເລັດພາຍໃນກາງເດືອນກັນຍານີ້, ສ່ວນການບຸກເບີກເພື່ອສ້າງສູນພັກເຊົາຊົ່ວຄາວຈຸດບ້ານດົງບາກ ຄືບໜ້າແລ້ວ 30% ໃນເນື້ອທີ່ລວມ 4.8 ເຮັກຕາ ແລະ ມີຈຸດຕະມໍຢອດ ຄືບໜ້າແລ້ວ 76% ໃນເນື້ອທີ່ລວມ 3.6 ເຮັກຕາ, ສ່ວນຈຸດດອນບົກ ແລະ ປິນດົງແມ່ນຍັງບໍ່ທັນໄດ້ເລີ່ມ ເນື່ອງຈາກສະພາບດິນຟ້າອາກາດບໍ່ອຳນວຍ.

ສຳລັບການຕິດຕັ້ງເຕັ້ນ ເພື່ອລະບາຍຄວາມແອອັດຂອງປະຊາຊົນຜູ້ປະສົບໄພ ອອກຈາກສູນພັກເຊົາຕາມອາຄານໂຮງຮຽນຕ່າງໆ ໃຫ້ອອກມາຢູ່ຕາມເຕັ້ນ ມາຮອດປັດຈຸບັນ ຕິດຕັ້ງເຕັ້ນໄດ້ແລ້ວ 671 ຫຼັງ, ສ່ວນຕົວເລກຜູ້ເສຍຊີວິດຍັງຄົງທີ 39 ສົບ ຈາກການຄົ້ນພົບ 34 ສົບ, ເສຍຊີວິດທີ່ໂຮງໝໍ 5 ສົບ ແລະ ຍັງມີຜູ້ສູນຫາຍຢູ່ 97 ຄົນ.

No comments

Powered by Blogger.