ຊາອູດິດ ແລະ ພັນທະມິດໃຊ້ລະເບີດ ສ.ອາເມຣິກາ ໂຈມຕີລົດໂຮງຮຽນໃນເຢເມນ ເດັກນ້ອຍຕາຍ 40 ຄົນ - ອິດສະຫຼະ

ຊາອູດິດ ແລະ ພັນທະມິດໃຊ້ລະເບີດ ສ.ອາເມຣິກາ ໂຈມຕີລົດໂຮງຮຽນໃນເຢເມນ ເດັກນ້ອຍຕາຍ 40 ຄົນ



ສຳນັກຂ່າວ CNN ລາຍງານເມື່ອ 18 ສິງຫາ 2018 ໂດຍອ້າງອີງຈາກຂໍ້ມູນຂອງຜູ້ຊ່ຽວຊານດ້ານອາວຸດວ່າ ລະເບີດທີ່ໃຊ້ໃນປະຕິບັດການໂຈມຕີທາງອາກາດຂອງກອງກຳລັງອາຣັບບີ ຊາອູດິດ ແລະ ພັນທະມິດ ທີ່ໄດ້ສ້າງຄວາມເສຍຫາຍແບບບໍ່ເຫຼືອອັນເອົາໃຫ້ກັບລົດເມຮັບສົ່ງນັກຮຽນ ທີ່ກຳລັງແລ່ນຢູ່ຕາມເສັ້ນທາງໃນພາກເໜືອຂອງເຢເມນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 51 ຄົນ ໃນຈຳນວນນີ້ເປັນເດັກນ້ອຍຫຼາຍເຖິງ 40 ຄົນ ເມື່ອວັນທີ 9 ສິງຫາ 2018 ທີ່ຜ່ານມາ ເຊິ່ງເປັນລະເບີດຊື່ MK 82 ມີນ້ຳໜັກ 227 ກິໂລກຣາມ ນຳທາງດ້ວຍລະບົບເລເຊີ້ ໂດຍມີລາຄາລູກລະປະມານ 2 ລ້ານໂດລາສະຫະລັດ.
ເຊິ່ງລະເບີດລຸ້ນດັ່ງກ່າວຢູ່ໃນຕະກູນ MK80 ຜະລິດໂດຍບໍລິສັດລັອກຮິດ ມາຕິນ ໜຶ່ງໃນບໍລິສັດຄູ່ສັນຍາດ້ານການຜະລິດອາວຸດສົງຄາມລາຍໃຫຍ່ຂອງສະຫະລັດ ອາເມຣິກາ ແລະ ຍັງເປັນລຸ້ນໃກ້ຄຽງກັບທີ່ມີການໃຊ້ໃນການໂຈມຕີສະຖານທີ່ຈັດງານສົບແຫ່ງໜຶ່ງໃນເຢເມນ ເມື່ອເຕືອນຕຸລາ 2016 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 155 ຄົນ ພາຍຫຼັງເກີດເຫດຄັ້ງນັ້ນທາງອາຣັບບີ ຊາອູດິດຍອມຮັບວ່າເປັນຜູ້ລົງມືໃນການໂຈມຕີ ແຕ່ອ້າງຂໍ້ມູນຂ່າວກອງທີ່ຜິດພາດ ຂະນະທີ່ຫວນຄືນໄປກ່ອນໜ້ານັ້ນໃນເດືອນມີນາ 2016 ປະຕິບັດການໂຈມຕີທາງອາກາດໂດຍກອງກຳລັງອາຣັບບີ ຊາອູດິດ ແລະ ພັນທະມິດ ໄດ້ທຳລາຍຕະຫຼາດແຫ່ງໜຶ່ງໃນພາກເໜືອຂອງເຢເມນ ມີຜູ້ເສຍຊີວິດ 97 ຄົນ ແລະ ລະເບີດທີ່ໃຊ້ຄື MK84.

ເຖິງແມ່ນວ່າພາຍຫຼັງເກີດເຫດໂຈມຕີສະຖານທີ່ຈັດງານສົບໃນເຢເມນ ທ່ານ ບາຣັກ ໂອບາມາ ປະທານປະເທດສະຫະລັດ ອາເມຣິກາໃນສະໄໝນັ້ນ ໄດ້ສັ່ງຫ້າມບໍລິສັດຂອງສະຫະລັດ ອາເມຣິກາຈຳໜ່າຍລະເບີດນຳທາງດ້ວຍເລເຊີ້ໃຫ້ແກ່ອາຣັບບີ ຊາອູດິດ ແຕ່ທ່ານ ໂດໂນ ທຣຳ ປະທານປະເທດຄົນປັດຈຸບັນ ໄດ້ຍົກເລີກຄຳສັ່ງຫ້າມດັ່ງກ່າວ ເມື່ອເດືອນມີນາ 2017.

ໃນດ້ານກອງທັບອາຣັບບີ ຊາອູດິດສະແດງທ່າທີຕໍ່ລາຍງານຂອງ CNN ພຽງວ່າ ປະຕິບັດການທາງທະຫານຂອງລັດຖະບານອາຣັບບີ ຊາອູດິດ ແລະ ພັນທະມິດເປັນໄປຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເພື່ອສະໜັບສະໜູນລັດຖະບານເຢເມນທີ່ມາຈາກການເລືອກຕັ້ງ ທີ່ຕ້ອງພັດຖິ່ນຈາກນະຄອນຫຼວງຊານາ ໄປຢູ່ທີ່ເມືອງເອເດນໃນພາກໃຕ້ແທນ ເພາະການຢຶດຄອງຂອງກຸ່ມກະບົດຮູຕີ ທີ່ອີຣານສະໜັບສະໜູນ ແລະ ຢືນຢັນວ່າປະຕິບັດການທາງທະຫານທຸກຄັ້ງບໍ່ໄດ້ມີເປົ້າໝາຍໂຈມຕີປະຊາຊົນ, ສ່ວນກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາປະຕິເສດສະແດງຄວາມຄິດເຫັນ.

ອີກດ້ານໜຶ່ງ, ທ່ານ ມາຕິນ ກຣິບຟິດ ທູດພິເສດດ້ານກິດຈະການເຢເມນຂອງສະຫະປະຊາຊາດ ໄດ້ເຊີນຜູ້ແທນລັດຖະບານພັດຖິ່ນຂອງເຢເມນ ແລະ ກຸ່ມຮູຕີ ເຂົ້າຮ່ວມການເຈລະຈາສັນຕິພາບຄັ້ງທຳອິດ ທີ່ເຈນີວາ ໃນວັນທີ 6 ກັນຍາ 2018 ນີ້ ເພື່ອຜ່ອນຄາຍສົງຄາມກາງເມືອງ ທີ່ຂ້າຊີວິດປະຊາຊົນໄປແລ້ວຫຼາຍກວ່າ 11,000​ຄົນ ນັບຕັ້ງແຕ່ເດືອນມີນາ 2015.






No comments

Powered by Blogger.