ສຽງຈາກສະໜາມໄຊ: ເລື່ອງເລົ່ານາທີຊີວິດ, ຄວາມອາໄລ ແລະ ອະນາຄົດທີ່ຍັງບໍ່ເຫັນຝັ່ງ ຈາກຜູ້ປະສົບເຂື່ອນແຕກ (ວິດີໂອ) - ອິດສະຫຼະ

ສຽງຈາກສະໜາມໄຊ: ເລື່ອງເລົ່ານາທີຊີວິດ, ຄວາມອາໄລ ແລະ ອະນາຄົດທີ່ຍັງບໍ່ເຫັນຝັ່ງ ຈາກຜູ້ປະສົບເຂື່ອນແຕກ (ວິດີໂອ)



ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23​ ກໍລະກົດ 2018 ທີ່ຜ່ານມາ, ເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊຢ່າງກະທັນຫັນ ອັນໄດ້ສົ່ງຜົນກະທົບໃຫ້ແກ່ປະຊາຊົນ 13,067 ຄົນ ຈຳນວນ 2,717 ຄອບຄົວ ໃນ 13 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ແລະ ທີ່ໄດ້ຮັບຜົນກະທົບເສຍຫາຍ 100% ມີ 6 ບ້ານຄື: ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າຫິນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ໃນນັ້ນມີຈຳນວນ 1,611 ຄອບຄົວ ມີປະຊາຊົນ 7,095​ຄົນ.





ເຊິ່ງຈາກເຫດການດັ່ງກ່າວ, ມັນໄດ້ສ້າງຄວາມເສຍຫາຍທີ່ໃຫຍ່ຫຼວງ ໂດຍທີ່ບໍ່ອາດປະເມີນຄ່າໄດ້ ທັງຊີວິດ ແລະ ຊັບສິນຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ລວມໄປເຖິງສະພາບແວດລ້ອມ ແລະ ຊັບພະຍາກອນທຳມະຊາດທີ່ຖືກພັດກ້ຽງໄປກັບກະແສນ້ຳ.

ຈາກການລາຍງານຂອງທາງການແຂວງອັດຕະປື ເມື່ອວັນທີ 18 ສິງຫາ 2018 ທີ່ຜ່ານມານັ້ນ ຕົວເລກຜູ້ສູນຫາຍທັງໝົດມີ 131 ຄົນ, ພົບເຫັນເປັນພົບແລ້ວ 34 ຄົນ, ຍິງ 18 ສົບ ໃນນັ້ນມີເດັກນ້ອຍອາຍຸຕ່ຳກວ່າ 10 ປີ ຈຳນວນ 13 ສົບ ເປັນເດັກຍິງ 6 ສົບ ແລະ ເສຍຊີວິດຢູ່ທີ່ໂຮງໝໍ 5 ສົບ ເຮັດໃຫ້ຍອດຜູ້ເສຍຊີວິດລວມຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກມາຮອດປັດຈຸບັນມີ 39 ສົບ ແລະ ຍັງມີຜູ້ສູນຫາຍອີກ 97 ຄົນ.

ສ່ວນລຸ່ມນີ້ຄືວິດີໂອ ທີ່ຖ່າຍທອດເຖິງເລື່ອງເລົ່ານາທີຊີວິດ, ຄວາມອາໄລ ແລະ ອະນາຄົດທີ່ຍັງບໍ່ເຫັນຝັ່ງຂອງຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.


No comments

Powered by Blogger.