ທ່ານ ໂຄຟີ ອັນນັນ ອະດີດເລຂາທິການໃຫຍ່ສະຫະປະຊາຊາດເຖິງແກ່ກຳ - ອິດສະຫຼະ

ທ່ານ ໂຄຟີ ອັນນັນ ອະດີດເລຂາທິການໃຫຍ່ສະຫະປະຊາຊາດເຖິງແກ່ກຳ



ສຳນັກຂ່າວຕ່າງປະເທດລາຍງານ 18 ສິງຫາ 2018 ວ່າ: ມູນນິທິໂຄຟີ ອັນນັນຖະແຫຼງວ່າ: ທ່ານ ໂຄຟີ ອັນນັນ ໜຶ່ງໃນນັກການທູດທີ່ມີຊື່ສຽງທີ່ສຸດຂອງໂລກ ແລະ ມີສະເໜ່ຈົນເປັນສັນຍາລັກຂອງອົງການສະຫະປະຊາຊາດ (UN) ຈົນກ້າວຂຶ້ນສູ່ຕຳແໜ່ງສູງສຸດເປັນເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ເປັນຄົນຜິວສີ ຈາກອາຟຣິກາ ຄົນທີ່ທຳອິດ ໄດ້ເສຍຊີວິດແລ້ວເມື່ອວັນເສົາທີ 18 ສິງຫານີ້ ດ້ວຍອາຍຸ 80 ປີ ພາຍຫຼັງທີ່ປ່ວຍ (ດ້ວຍໂລກທີ່ຍັງບໍ່ໄດ້ຮັບການເປີດເຜີຍ) ໃນໄລຍະເວລາສັ້ນໆ.


ທ່ານ ໂຄຟີ ອັນນັນ ໃຊ້ຊີວິດເກືອບທັງໝົດໃນຖານະເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ຈົນໄດ້ຮັບຄັດເລືອກໃຫ້ເປັນເລຂາທິການໃຫຍ່ສະຫະປະຊາຊາດເຖິງ 2 ສະໄໝ ຕັ້ງແຕ່ວັນທີ 1 ມັງກອນ 1997 ເຖິງວັນທີ 31 ທັນວາ 2006 ໂດຍຜົນງານໜຶ່ງທີ່ສຳຄັນຄືທ່ານກັບອົງການສະຫະປະຊາຊາດໄດ້ຮັບລາງວັນໂນເບວ ສາຂາສັນຕິພາບ ເມື່ອປີ 2001.


ສ່ວນໃນດ້ານຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດຄົນປັດຈຸບັນ ກໍ່ໄດ້ກ່າວສະແດງຄວາມເສຍໃຈເມື່ອຮູ້ຂ່າວການເຖິງແກ່ກຳຂອງທ່ານ ໂຄຟີ ອັນນັນ ພ້ອມກັບກ່າວຍົກຍ້ອງຊົມເຊີຍວ່າ ເປັນຜູ້ນຳແຫ່ງຄວາມສາມັກຄີ ແລະ ກ້າວຂຶ້ນສູ່ຕຳແໜ່ງສູງສຸດຂອງອົງການສະຫະປະຊາຊາດໃນຍຸກສະຫັດສະວັດໃໝ່ ທີ່ບໍ່ມີໃຜທຽບໄດ້ທັງກຽດຕິຍົດ ແລະ ຄວາມມຸ່ງໝັ້ນ.

No comments

Powered by Blogger.