ຜູ້ປະສົບໄພພິບັດເມືອງສະໜາມໄຊ ບໍ່ຖືກກັບອາຫານທີ່ໄດ້ຮັບບໍລິຈາກ ເຮັດໃຫ້ມີຜູ້ເຈັບທ້ອງຈຳນວນຫຼາຍ - ອິດສະຫຼະ

ຜູ້ປະສົບໄພພິບັດເມືອງສະໜາມໄຊ ບໍ່ຖືກກັບອາຫານທີ່ໄດ້ຮັບບໍລິຈາກ ເຮັດໃຫ້ມີຜູ້ເຈັບທ້ອງຈຳນວນຫຼາຍ



ນັກຂ່າວ, ຈາກສຳນັກຂ່າວ Thai PBS ລາຍງານ 18 ສິງຫາ 2018 ວ່າ: ໄດ້ເດີນທາງໄປສຳຫຼວດສູນພັກເຊົາຊົ່ວຄາວ ຂອງຜູ້ປະສົບໄພພິບັດ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເຂດບ້ານຕະມໍຢອດ ພົບວ່າໃນສຸກສາລາເຈັບໄປດ້ວຍຄົນເຈັບ ທີ່ມີທັງເດັກນ້ອຍ, ຜູ້ໃຫຍ່ ແລະ ຜູ້ເຖົ້າ.



ນັກຂ່າວ Thai PBS ໃຫ້ຮູ້ອີກວ່າ: ຈາກການສຳພາດໝໍປະຈຳສຸກສາລາວ່າປະຊາຊົນເຫຼົ່ານັ້ນເປັນຫຍັງ? ໝໍຕອບວ່າ ເຈັບທ້ອງ, ເຈັບກະເພາະ, ຈຸກແໜ້ນທ້ອງ ເຊິ່ງທັງໝົດໃນສຸກສາລາເປັນໂລກດຽວກັນ ເພາະເຂົາເຈົ້າກິນອາຫານແບບຄົນເມືອງບໍ່ໄດ້ເຊັ່ນ: ປ໋ອກປາ, ໜີ່ສຳເລັດຮູບ ແລະ ອາຫານສຳເລັດຮູບອື່ນໆ ທີ່ໄດ້ຈາກການຊ່ວຍເຫຼືອ, ນອກຈາກນີ້ປະຊາຊົນຍັງໄດ້ເລົ່າໃຫ້ຟັງວ່າ ຕອນນີ້ກິນແຕ່ຕົ້ມໄຂ່ເປັນຫຼັກ ເຮັດໃຫ້ນ້ຳໜັກຕົວບາງຄົນຫຼຸດລົງເຖິງ 4-5 ກິໂລກຣາມ ເພາະກິນອາຫານຄົນເມືອງບໍ່ໄດ້ ເນື່ອງຈາກອາຫານທີ່ເຄີຍກິນຜ່ານກໍ່ລ້ວນແຕ່ແມ່ນອາຫານທີ່ໄດ້ຈາກທຳມະຊາດ ແລະ ປຸງແຕ່ງກິນເອງ.

ເຊິ່ງໃນວັນທີ 18 ສິງຫາ 2018 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ກໍ່ໄດ້ເດີນທາງໄປຢ້ຽມຢາມຜູ້ປະສົບໄພພິບັດທີ່ແຂວງອັດຕະປື ພ້ອມທັງເນັ້ນຢ້ຳວ່າ ອຳນາດການປົກຄອງຕ້ອງເອົາໃຈໃສ່ໃຫ້ຮີບຮ້ອນແຈກຢາຍເງິນໃຫ້ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດໂດຍໄວ, ພ້ອມທັງຕ້ອງຮັບປະກັນຄວາມໂປ່ງໃສທີ່ສຸດ ພະຍາຍາມບໍ່ໃຫ້ມີການຕົກລົ່ນເສຍຫາຍແມ່ນແຕ່ອັດດຽວ, ຮັບປະກັນໃຫ້ຖືກຕ້ອງຕາມລະບຽບ ແລະ ວ່ອງໄວກວ່າເກົ່າ,ໃຫ້ນຳໃຊ້ເຄື່ອງຂອງອຸປະກອນຕ່າງທ ທີ່ແຕ່ລະພາກສ່ວນທັງພາຍໃນ ແລະ ຕ່າງປະເທດໃຫ້ແຈກຢາຍແກ່ປະຊາຊົນໂດຍໄວ ໂດຍສະເພາະແມ່ນເຄື່ອງຮັບໃຊ້ໃນຊີວິດປະຈຳວັນ ແລະ ຈຳເປັນທີ່ສຸດ, ພ້ອມນີ້ ກໍ່ໃຫ້ເອົາໃຈໃສ່ການການກວດກາຄຸນນະພາບຂອງສະບຽງອາຫານປະເພດຕ່າງໆທີ່ໄດ້ຮັບບໍລິຈາກ ມາແຕ່ລະໄລຍະ ທີ່ຍັງຄ້າງໄວ້ໃນສ້າງ ໂດຍສະເພາະແມ່ນອາຫານແຫ້ງ-ອາຫານສົດ ກ່ອນທີ່ຈະມີການແຈກຢາຍ ແລະ ປຸງແຕ່ງໃຫ້ແກ່ປະຊາຊົນນຳໄປບໍລິໂພກ.




No comments

Powered by Blogger.