ລົງມືຂ້າໝູ່ຍ້ອນເງິນ 3 ແສນກີບ - ອິດສະຫຼະ

ລົງມືຂ້າໝູ່ຍ້ອນເງິນ 3 ແສນກີບ



ພາຍຫລັງຖືກເຈົ້າໜ້າທີ່ຕໍາຫລວດເມືອງໄຊທານີ, ນະຄອນຫລວງວຽງຈັນໄລ່ລ້າຕິດຕາມຢ່າງບໍ່ມີທາງປົບໜີຈົນໄດ້ເຮັດໃຫ້ທ້າວ ແສງທະວີ (ຊ້າງ) ອາຍຸ 26 ປີຢູ່ບ້ານໂພນຕ້ອງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ອອກມາຍອມມອບຕົວເພື່ອໃຫ້ເຈົ້າໜ້າທີ່ດໍາເນີນຄະດີ ຕາມລະບຽບກົດໝາຍໃນວັນທີ 31 ມັງກອນຜ່ານມານີ້, ພາຍຫລັງກໍ່ເຫດໃຊ້ມີດແທງທ້າວ ນະ ຊຶ່ງເປັນໝູ່ຂອງຕົນຢູ່ບ້ານດຽວກັນຈົນເສຍຊີວິດໃນວັນທີ 17 ມັງກອນ 2017, ຫລັງຈາກນັ້ນກໍໄດ້ເອົາຕົວຫລົບໜີ.

ພາຍຫລັງເຂົ້າມອບຕົວເຈົ້າໜ້າທີ່ກໍໄດ້ດໍາເນີນການສືບສວນ-ສອບສວນໂດຍຮັບສາລະພາບວ່າ: ຕົນເອງ ແລະ ທ້າວ ນະ (ຜູ້ຕາຍ) ແມ່ນຮູ້ຈັກຮັກແພງກັນມາດົນ ແລະ ກ່ອນເກີດເຫດຫລາຍວັນ, ທ້າວ ນະ ໄດ້ມາຢືມເງິນນໍາຕົນຈໍານວນ 3 ແສນກີບ, ແຕ່ບໍ່ຢາກໃຊ້ແທນຄືນ, ເມື່ອທວງຖາມຫລາຍເທື່ອແລ້ວກໍອ້າງວ່າບໍ່ມີເງິນ ແລະ ມື້ເກີດເຫດຕົນໄດ້ໄປເຮືອນທ້າວ ນະ ເພື່ອຖາມໜີ້, ແຕ່ຖືກທ້າວນະ ໃຊ້ກໍາປັ້ນຕີປາກຂອງຕົນຢ່າງແຮງສອງຄັ້ງຈົນລົ້ມລົງພື້ນ, ໃນຈັງຫວະນັ້ນຕົນກໍໄດ້ໃຊ້ມິດປາຍແຫລມທີ່ກຽມມາແທງເຂົ້າບໍລິເວນທ້ອງ ແລະ ເອີກຂອງທ້າວ ນະ ຫລາຍບາດຈົນຟຸບລົງພື້ນ, ຈາກນັ້ນຕົນເອງກໍໄດ້ເອົາຕົວຫລົບໜີ ແລະ ມາຮອດວັນທີ 31 ມັງກອນ 2017 ຈຶ່ງໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ເພື່ອເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.

ພາບ-ຂ່າວ: ໜັງສືພິມ ປກສ, ຈາກ: ລາວພັດທະນາ


No comments

Powered by Blogger.