ຂໍ້ດີຂອງການອອກກຳລັງກາຍສ້າງກ້າມເນື້ອ ບໍ່ໄດ້ມີດີພຽງຫຸ່ນງາມ ແລະ ໝັ້ນໃຈ - ອິດສະຫຼະ

ຂໍ້ດີຂອງການອອກກຳລັງກາຍສ້າງກ້າມເນື້ອ ບໍ່ໄດ້ມີດີພຽງຫຸ່ນງາມ ແລະ ໝັ້ນໃຈ



ການອອກກຳລັງກາຍ ຄຳນີ້ໃນຍຸກປັດຈຸບັນ ຖືວ່າເປັນເລື່ອງທີ່ຕ້ອງປະຕິບັດເປັນປະຈຳ ເພາະມັນຊ່ວຍໄດ້ຫຼາຍຢ່າງ ບໍ່ວ່າຈະເປັນຄວາມມ່ວນຊື່ນຈາກການແຂ່ງຂັນກັບຕົວເອງ, ສັງຄົມໃໝ່ໆ ທີ່ໄດ້ຈາກໝູ່ເພື່ອນທີ່ພົບເຈີກັນໃນການອອກກຳລັງກາຍ,​ ຫຸ່ນດີຂຶ້ນ ແລະ ຍັງລວມໄປເຖິງຄວາມໝັ້ນໃຈໃນຮ່າງກາຍຂອງຕົວເອງທີ່ສ້າງບຸກຄະລິກກະພາບທີ່ດີອີກດ້ວຍ ແຕ່ຮູ້ຫຼືບໍ່ວ່າປະໂຫຍດທີ່ເຮົາໄດ້ຮັບຈາກການອອກກຳລັງກາຍທີ່ເຮົາເຫັນໄດ້ຈາກພາຍນອກແລ້ວ ມັນຍັງໄດ້ຫຼາຍໆຢ່າງຈາກພາຍໃນທີ່ເຮົາບໍ່ເຄີຍຮູ້ມາກ່ອນ ລອງມາອ່ານນຳກັນວ່າຂໍ້ດີຂອງການອອກກຳລັງກາຍ, ສ້າງກ້າມເນື້ອ ທີ່ເຮົາໄດ້ຈາກພາຍໃນນັ້ນມັນມີຫຍັງດີແດ່:

1. ຊ່ວຍເລັ່ງຂະບວນການເຜົາຜານອາຫານ: ເມື່ອເຊວກ້າມເນື້ອຂອງທ່ານເຕີບໃຫຍ່ຫຼາຍຂຶ້ນ ມັນກໍ່ຈະເຮັດໃຫ້ຮ່າງກາຍຂອງທ່ານເຜົາຜານແຄລໍຣີໄດ້ຫຼາຍຂຶ້ນເທົ່ານັ້ນ

2. ເພີ່ມຄວາມອົດຄວາມທົນໃນການໃຊ້ກຳລັງແຮງກາຍໄດ້ຫຼາຍຂຶ້ນ: ນອກຈາກຈະເຮັດໃຫ້ຮ່າງກາຍຮູ້ສຶກຄຶກຄັກໄດ້ດົນຂຶ້ນແລ້ວ ຍັງຊ່ວຍຫຼຸດອາການຕຶງຄຽດຂອງຮ່າງກາຍໄດ້ດີຂຶ້ນ ນອກນີ້ການອອກກຳລັງກາຍນັ້ນຍັງຊ່ວຍຫຼຸດຄວາມສ່ຽງຂອງການບາດເຈັບຈາກການໃນແຮງງານຂອງຮ່າງກາຍຈາກວຽກທີ່ໜັກໆອີກດ້ວຍ

3. ເພີ່ມຄວາມເຂັ້ມແຂງໃຫ້ຮ່າງກາຍ: ການມີກ້າມເນື້ອທີ່ໃຫຍ່ຂຶ້ນສະແດງວ່າ ທ່ານເຂັ້ມແຂງ ແລະ ມີຄວາມແຂງແຮງສະສົມໃນຮ່າງກາຍເພີ່ມຂຶ້ນ

4. ຫຼຸດຜ່ອນຄວາມຄຽດ: ການທີ່ເຮົາໃຊ້ເວລາໃນການອອກກຳລັງກາຍ ມັນຈະຊ່ວຍໃນເລື່ອງຫຼຸດຜ່ອນອາການຄວາມຄຽດໄດ້ ເພາະເມື່ອຮ່າງກາຍ ແລະ ຈິດໃຈເຮັດໜ້າທີ່ໃນການອອກກຳລັງກາຍດົນປະກອບກັບມີຮໍໂມນເອັນໂດຟິນຫຼັ່ງອອກມາເພື່ອຕໍ່ສູ້ກັບຄວາມຄຽດ ຈຶ່ງເຮັດໃຫ້ອາລົມດີຂຶ້ນ

5. ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດໂລກໄພໄຂເຈັບ: ການອອກກຳລັງກາຍນັ້ນຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເປັນໂລກເບົາຫວານ, ໂລກກ່ຽວກັບເສັ້ນເລືອດຫົວໃຈ, ໂລກຄວາມດັນເລືອດ (ຕັງຊົງ) ແລະ ໂລກຫຼອດເລືອດຈະຫຼຸດໜ້ອຍລົງ ເພາະລະດັບນໍ້າຕານຄູໂຄສ ແລະ ຮໍໂມນອິນຊູລິນຢູ່ໃນລະດັບທີ່ເໝາະສົມ

6. ຮ່າງກາຍເລືອກຮັບສານອາຫານໄດ້ດີຂຶ້ນ: ເມື່ອໃຊ້ຮ່າງກາຍຫຼາຍຂຶ້ນ ຮ່າງກາຍຂອງເຮົາກໍ່ຈະສາມາດດູດຊຶມສານອາຫານທີ່ກິນເຂົ້າໄປໄດ້ດີຂຶ້ນ ແລະ ຊ່ວຍຫຼຸດການສະສົມຂອງໄຂມັນໄດ້ດີອີກດ້ວຍ

7. ກະດູກ ແລະ ຂໍ້ຕໍ່ແຂງແຮງຂຶ້ນ: ກ້າມເນື້ອທີ່ແຂງແຮງຈະຊ່ວຍຮອງຮັບຂໍ້ຕໍ່ບໍ່ໃຫ້ຮັບແຮງຫຼາຍເກີນໄປ ລວມໄປເຖິງອາການກ້າມເນື້ອຈັງ ຫຼື ເຈັບປວດກ້າມເນື້ອ ເພາະການອອກກຳລັງກາຍຈະເຮັດໃຫ້ກ້າມເນື້ອແຂງແຮງ ແລະ ຫຼຸດຄວາມສ່ຽງເລື່ອງກະດູກຫຼຸດ ຫຼື ຫັກໄດ້.

No comments

Powered by Blogger.