4 ເຫດຜົນທີ່ບອກວ່າເປັນຫຍັງ "ຍິ່ງທ່ຽວຫຼາຍ ຍິ່ງຮັກກັນຫຼາຍ" ຂຶ້ນ - ອິດສະຫຼະ

4 ເຫດຜົນທີ່ບອກວ່າເປັນຫຍັງ "ຍິ່ງທ່ຽວຫຼາຍ ຍິ່ງຮັກກັນຫຼາຍ" ຂຶ້ນ



ການທ່ອງທ່ຽວຖືເປັນການພັກຜ່ອນທີ່ດີສຳລັບຄູ່ຮັກ ເພື່ອຜ່ອນຄາຍຈິດໃຈ ທີ່ສຳຄັນເພື່ອສ້າງຄວາມຫວານຊື່ນໃຫ້ກັນ ແລະ ກັນຫຼາຍຂຶ້ນ ດັ່ງນັ້ນ, ລອງມາເບິ່ງ 4 ເຫດຜົນທີ່ບອກວ່າ ຍິ່ງທ່ຽວຫຼາຍຍິ່ງຮັກກັນຫຼາຍນຳກັນ:

1. ຜ່ານຄວາມຍາກລຳພາກໄປດ້ວຍກັນ: ເພາະເວລາທີ່ທ່ານຕົກຢູ່ໃນສະຖານະການທີ່ຕຶງຄຽດເຊັ່ນ: ວຸ້ນວາຍຢູ່ໃນເມືອງ, ວຸ້ນວາຍກັບວຽກກັບງານ ຫຼື ຫຼົງທາງແບບຫາທິດບໍ່ພໍ້ ຄວາມລຳພາກນີ້ຈະເຮັດໃຫ້ທ່ານເຫັນໃຈກັນຫຼາຍຂຶ້ນ ຄວາມສຳພັນຂອງທ່ານຈະແໜ້ນແຟ້ນຍິ່ງຈຶ່ງ ເມື່ອໄດ້ໄປທ່ອງທ່ຽວຮ່ວມກັນ ເພາະໄດ້ສ້າງຄວາມຜ່ອນຄາຍໃຫ້ກັນແລະກັນ.

2. ມີເວລາໂອ້ລົມກັນຫຼາຍຂຶ້ນ: ແນ່ນອນວ່າຖ້າທ່ອງທ່ຽວທາງໄກໄລຍະການເດີນທາງຕ້ອງຫຼາຍຊົ່ວໂມງ ຫຼື ອາດຫຼາຍມື້ ຈະມີກິດຈະກຳຫຍັງຫຼາຍໄປກວ່າການໂອ້ລົມກັນໄປເລື້ອຍໆຕາມທາງ ບາງຄັ້ງທ່ານອາດຈະໄດ້ຟັງເລື່ອງໃນໄວເດັກທີ່ບໍ່ເຄີຍບອກໃຫ້ຮູ້ມາກ່ອນ ຫຼື ຄວາມຝັນທີ່ຄູ່ຮັກຢາກເຮັດມາຕະຫຼອດແຕ່ບໍ່ມີໂອກາດ ການເດີນທາງຄັ້ງນີ້ອາດເຮັດໃຫ້ທ່ານຮັກອີກຝ່າຍຫຼາຍກວ່າທີ່ຜ່ານມາກໍ່ໄດ້.

3. ຮຽນຮູ້ຈຸດແຂງ ຈຸດອ່ອນຂອງອີກຝ່າຍ: ສ່ວນນີ້ຈະເປັນສ່ວນເຕີມເຕັມກັນແລະກັນໄດ້ເປັນຢ່າງດີ ເຊັ່ນຜູ້ຍິງທົ່ວໄປມີຈຸດອ່ອນເລື່ອງທິດທາງ ເບິ່ງແຜນທີ່ບໍ່ເກັ່ງ ເຊິ່ງຕ້ອງຍົກໜ້າທີ່ນີ້ໃຫ້ຜູ້ຊາຍ ແຕ່ຖ້າເລື່ອງຄວາມຮຽບຮ້ອຍ, ຄວາມກົງຕໍ່ເວລາ ຫຼື ການຈື່ຈຳລາຍລະອຽດເມືອງ, ສະຖານທີ່ທ່ອງທ່ຽວຕ່າງໆກໍ່ຕ້ອງຍົກໃຫ້ຜູ້ຍິງ ເປັນການເພິ່ງພາເຊິ່ງກັນແລະກັນສາຍສຳພັນຍິ່ງໝັ້ນແກ່ນ.

4. ແບ່ງປັນເລື່ອງລາວໃຫ້ກັນຟັງ: ການໄດ້ເບິ່ງຕາເວັນຕົກດິນ, ພູຜາປ່າໄມ້ທີ່ສວຍງາມ ຫຼື ທຳມະຊາດທີ່ສວຍງານ, ການໄດ້ສຳຜັດກັບວິຖີຊີວິດ ແລະ ວັດທະນະທຳດັ້ງເດີມຂອງທ່ອງຖິ່ນຕ່າງໆ ມັນເປັນຊ່ວງເວລາທີ່ດີທີ່ສຸດສຳລັບທ່ານ ທີ່ໄດ້ຢູ່ຮ່ວມກັບຄົນຮັກໃນບັນດາກາດດີໆແບບນັ້ນ ເຊິ່ງຄວາມຮູ້ສຶກແບບນີ້ແລະທີ່ຈະຢູ່ໃນຄວາມຊົງຈຳຂອງກັນແລະກັນຕະຫຼອດໄປ


No comments

Powered by Blogger.