ສະຫະລັດອາເມຣິກາຂວໍ້າບາດບໍລິສັດ-ບຸກຄົນຈາກ 10 ປະເທດ - ອິດສະຫຼະ

ສະຫະລັດອາເມຣິກາຂວໍ້າບາດບໍລິສັດ-ບຸກຄົນຈາກ 10 ປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 25 ມີນາ 2017 ວ່າ: ລັດຖະບານສະຫະລັດອາເມຣິກາປະກາດຂວໍ້າບາດບໍລິສັດ ແລະ ບຸກຄົນລວມທັງໝົດ 30 ລາຍຈາກ 10 ປະເທດ ເຊິ່ງລວມເຖິງຈີນ ເນື່ອງຈາກມີສ່ວນຮ່ວມໃນກິດຈະກຳທີ່ເຂົ້າຂ່າຍຊ່ວຍເຫຼືອການພັດທະນາອາວຸດ ແລະ ຂີປະນາວຸດທຳລາຍລ້າງສູງໃນອີຣານ, ເກົາຫຼີເໜືອ ແລະ ຊີຣີ ເຊິ່ງເປັນການເພີ່ມຄວາມຂັດແຍ້ງໃຫ້ພູມມິພາກໃຫ້ສູງຂຶ້ນ ແລະ ເປັນໄພຕໍ່ຄວາມໝັ້ນຄົງຂອງພູມມິພາກ.

ຖະແຫຼງການຕ່າງປະເທດສະຫະລັດລະບຸວ່າ: ການຂວໍ້າບາດດັ່ງກ່າວຈະສົ່ງຜົນເຖິງບໍລິສັດ ແລະ ບຸກຄົນທີ່ຂົນສົ່ງສິນຄ້າໃນລາຍການອ່ອນໄຫວໃຫ້ກັບໂຄງການຂີປະນາວຸດຂອງອິຣານ ເຊິ່ງໃນຈຳນວນນີ້ປະກອບດ້ວຍບໍລິສັດຈີນ 6 ແຫ່ງ, ບຸກຄົນຊາວຈີນ 3 ຄົນ, ບໍລິສັດເກົາຫຼີເໜືອ 1 ແຫ່ງ ແລະ ບໍລິສັດຈາກເອເມຣັດ ອາຣັບ 1 ແຫ່ງ.

ຂະນະທີ່ອີກ 19 ລາຍນັ້ນ ຖືກພົບວ່າໄດ້ມີການຂົນສົ່ງຊື້ສິນຄ້າ, ບໍລິການ ຫຼື ເຕັກໂນໂລຊີທີ່ຢູ່ໃນລາຍການຄວບຄຸມຫ້າມສົ່ງອອກໄປຍັງອີຣານ, ເກົາຫຼີເໜືອ ແລະ ຊີຣີ ເຖິງຢ່າງໃດກໍ່ຕາມຖະແຫຼງການບໍ່ໄດ້ເປີດເຜີຍຊື່ບໍລິສັດ ຫຼື ບຸກຄົນທີ່ຖືກຂວໍ້າບາດໃນຄັ້ງນີ້.

No comments

Powered by Blogger.