ເສດຖີຜູ້ຮັ່ງມີ ເຫຼືອໄວ້ພຽງເສດຊາກ ເພາະສົງຄາມ - ອິດສະຫຼະ

ເສດຖີຜູ້ຮັ່ງມີ ເຫຼືອໄວ້ພຽງເສດຊາກ ເພາະສົງຄາມ



ບຸກຄົນໃນພາບຄື ທ່ານ ໂມຮຳເໝັດ ໂມຮີດິນ ອານິສ ອາຍຸ 70 ປີ ຫຼື ອາບູ ໂອມານ ຊາວເມືອງອະເລັບໂປ ເມືອງໃຫຍ່ອັນດັບສອງຂອງຊີຣີ ທ່ານເຄີຍມີຊີວິດຢ່າງສຸກສະບາຍກ່ອນທີ່ຈະເກີດສົງຄາມ.


ຈາກອະດີດຄົນຮັ່ງມີເວົ້າໄດ້ 5 ພາສາ ເຄີຍຮໍ່າຮຽນໝໍໃນເມືອງຊາຣາໂກຊາ ປະເທດແອັດສະປາຍ ໃນຊຸມປີ 1970 ກ່ອນຍ້າຍໄປຢູ່ເມືອງຕູຣິນ ປະເທດອິຕາລີ ຈາກນັ້ນໄດ້ກັບມາທີ່ອະເລັບໂປ ແລະ ເລີ່ມຕັ້ງໂຮງງານເຄື່ອງສຳອາງ ລາວຫຼົງໄຫຼໃນລົດບູຮານ ເປັນຄວາມສົຈໃນທີ່ເປັນມໍລະດົກຕົກທອດມາຈາກພໍ່ເຊິ່ງເປັນນັກທຸລະກິດທີ່ຮັ່ງມີຈາກອຸດສາຫະກຳຕ່ຳແຜ່ນ.



No comments

Powered by Blogger.