ດ່ວນ...! ເກີດເຫດຮ້າຍໃກ້ສະພາອັງກິດ ຕຳຫຼວດຈັດໃຫ້ເປັນເຫດກໍ່ການຮ້າຍ - ອິດສະຫຼະ

ດ່ວນ...! ເກີດເຫດຮ້າຍໃກ້ສະພາອັງກິດ ຕຳຫຼວດຈັດໃຫ້ເປັນເຫດກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານດ່ວນ 22 ມີນາ 2017 ວ່າ: ເກີດເຫດໂຈມຕີບໍລິເວນໃກ້ກັບອາຄານສະພາອັງກິດ ໃຈກາງນະຄອນຫຼວງລອນດອນ ຕຳຫຼວດຖະແຫຼງວ່າ ເປັນເຫດການໂຈມຕີອາຄານສະພາໃນຖານະ "ເຫດກໍ່ການຮ້າຍ" ຈົນກວ່າຈະມີຫຼັກຖານບົ່ງຊີ້ເປັນຢ່າງອື່ນ.

ຜູ້ສື່ຂ່າວລະລຸວ່າມີລົດແລ່ນຕຳຄົນຈຳນວນຫຼາຍເທິງຂົວເວສມິນສະເຕີ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 4 ຄົນ ແລະ ອາດຫຼາຍເຖິງ 12 ຄົນ ສ່ວນນາຍົກອັງກິດ ທ່ານນາງ ເທເຣຊາ ເມ ປອດໄພ ແລະ ບໍ່ໄດ້ຢູ່ໃນເຫດການດັ່ງກ່າວ.

No comments

Powered by Blogger.