ຈີນປະຈຳການ "ເຮືອບິນຮົບລ່ອງຫົນ" ເຂົ້າໃນກອງທັບອາກາດ - ອິດສະຫຼະ

ຈີນປະຈຳການ "ເຮືອບິນຮົບລ່ອງຫົນ" ເຂົ້າໃນກອງທັບອາກາດ



ສະຖານີໂທລະພາບ CCTV ຂອງທາງການຈີນ ແລະ ສື່ມວນຊົນອີກຫຼາຍສຳນັກລາຍງານວ່າ: ເຮືອບິນຮົບລ່ອງຫົນລຸ້ນ J-20 ເຂົ້າປະຈຳການໃນກອງທັບອາກາດແລ້ວ

ເຮືອບິນຮົບລ່ອງຫົນລຸ້ນທີ 5 ນີ້ເປີດຕົວຄັ້ງທຳອິດໃນງານ Zhuhai air show ທີ່ມົນທົນຈູໄຮ ເມື່ອປີທີ່ຜ່ານມາ ຜະລິດໂດຍບໍລິສັດຜະລິດຍານອະວະກາດຂອງທາງການຈີນ "ACIC" ເຊິ່ງຂະນະນີ້ກຳລັງຜະລິດເຮືອບິນຮົບລ່ອງຫົນທີ່ສາມາດຫຼົບຫຼີກເຣດາລຸ້ນທີ 5 ເປັນລຳທີ 2 ທີ່ຮຽກວ່າ FC31 ຫຼືຊື່ເດີມຄື J-31

ເຮືອບິນລ່ອງຫົນ J-20 ເຄື່ອນໄຫວໄດ້ຄ່ອງແຄ້ວ ພ້ອມຕິດຕັ້ງຂີປະນາວຸດພິໄສໄກ ຄວາມສາມາດສູສີກັບເຮືອບບິນ F-35 ຂອງສະຫະລັດ ອາເມຣິກາ ທີ່ຂຶ້ນຊື່ວ່າເປັນ ເຮືອບິນຮົບທີ່ມີເຕັກນິກກ້າວໜ້າຫຼາຍທີ່ສຸດລຸ້ນໜຶ່ງຂອງໂລກ J-20 ຈຶ່ງຖືເປັນຄວາມສາມາດຢ່າງກ້າວກະໂດດຂອງຈີນໃນການເປັນມະຫາອຳນາດໃນອາຊີ ແລະ ຄາດວ່າຈະຂຶ້ນມາຕໍ່ກອນກັບສະຫະລັດ ອາເມຣິກາໄດ້.

No comments

Powered by Blogger.