ປານລົດຕັ້ງ ຢາກໄດ້ຈັກຄັນມາຂີ່ຢູ່ຫົນທາງປະເທດລາວ "Ripsaw EV2" ລົດສຸດຫຼູທີ່ໜ້າຕາຄືລົດຕັ້ງ - ອິດສະຫຼະ

ປານລົດຕັ້ງ ຢາກໄດ້ຈັກຄັນມາຂີ່ຢູ່ຫົນທາງປະເທດລາວ "Ripsaw EV2" ລົດສຸດຫຼູທີ່ໜ້າຕາຄືລົດຕັ້ງ



Ripsaw EV2 ເປັນລົດຕີນໜາມທີ່ສ້າງດ້ວຍເຕັກໂນໂລຊີສຸດທັນສະໄໝ ຄຸນສົມບັດເດັ່ນໆຂອງລົດຄັນນີ້ເລີ່ມຈາກ 2 ປະຕູດ້ານຂ້າງເປັນປະຕູໄຟຟ້າທີ່ສາມາດກົດປຸ່ມເພື່ອກາງຂຶ້ນຄືປີກນົກ ພ້ອມດ້ວຍຈັກກາຊວນ 600 ແຮງມ້າ ສາມາດເລັ່ງຄວາມໄວຕາມເສັ້ນທາງປົກກະຕິໄດ້ 96 ກມ/ຊມ ພາຍໃນຕົກແຕ່ງດ້ວຍເບາະໜັງຊັ້ນດີ, ຕິດຕັ້ງກ້ອງກວດຈັບຄວາມຮ້ອນສາມາດເບິ່ງເຫັນໄດ້ໃນບ່ອນມືດເຖິງບໍ່ໄດ້ໄຟຕາ ນອກນັ້ນກໍ່ຄືກັບລົດຕີນໜາມທົ່ວໄປທີ່ສາມາດບຸກລຸຍຫິມະ, ຂີ້ຕົມ ແລະ ພື້ນທີ່ເປັນຊາຍໄດ້ໝົດ.


No comments

Powered by Blogger.