ຜູ້ແທນທະຫານຫວຽດນາມ ເຂົ້າພົບທ່ານນາຍົກລັດຖະມົນຕີ - ອິດສະຫຼະ

ຜູ້ແທນທະຫານຫວຽດນາມ ເຂົ້າພົບທ່ານນາຍົກລັດຖະມົນຕີ



ໃນຕອນແລງຂອງວັນທີ 15 ມີນາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນຕີ ຟານ ວັນ ຢາງ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມມິດຕະພາບ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 15-17 ມີນາ 2017.



ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ພົບປະມິດຕະພາບ ຂອງການນຳກົມໃຫຍ່ເສນາທິການກອງທັບ ຫວຽດນາມ ກັບການນຳຂັ້ນສູງກົມໃຫຍ່ເສນາທິການກອງທັບ ອັນເປັນການປະກອບສ່ວນເສີມຂະຫຍາຍມູນເຊື້ອສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ເວົ້າລວມ, ເວົ້າສະເພາະ ເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີ ຄຽງຄູ່ກັບການແລກປ່ຽນບົດຮຽນ, ປະສົບການ ຂອງສອງກະຊວງ ເພື່ອເຮັດໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ໃນໂອກາດດຽວກັນນີ້,ທ່ານນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ກໍ່ຍັງໄດ້ພົບປະແລກປ່ຽນ ບາງບັນຫາ ທີ່ຕ່າງຝ່າຍມີຄວາມສົນໃຈ ອັນຈະເປັນພື້ນຖານ ໃຫ້ແກ່ການຮ່ວມມືຊ່ວຍເຫຼືອກັນ ໃນອະນາຄົດ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຫວັງວ່າ ທັງສອງກົມໃຫຍ່ເສນາທິການກອງທັບ ລາວ-ຫວຽດນາມ ຈະພ້ອມກັນເອົາໃຈໃສ່ຮ່ວມມືກັນ ຢ່າງສະໜິດແໜ້ນ ທັງຢູ່ໃນກອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ເວທີສາກົນຕ່າງໆ ປະກອບສ່ວນວຽກງານປ້ອງກັນຊາດຂອງສອງປະເທດ ໃຫ້ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນເຂັ້ມແຂງ.

No comments

Powered by Blogger.