7 ບຸກຄະລິກຂອງຜູ້ຊາຍ ທີ່ຖືກໃຈສາວໆ ທັງຫຼາຍ - ອິດສະຫຼະ

7 ບຸກຄະລິກຂອງຜູ້ຊາຍ ທີ່ຖືກໃຈສາວໆ ທັງຫຼາຍ



ບາງຄັ້ງສາວໆກໍ່ພິຈາລະນາຝ່າຍຊາຍແບບລັບໆ ແລະ ນີ້ຄື 7 ບຸກຄະລິກພາຍນອກທີ່ຕອບໂຈດບັນດາສາວໆທັງຫຼາຍ ມາສ້າງຄວາມດຶງດູດໃຈໄປພ້ອມໆກັບການປ່ຽນຄວາມທຳມະດາໃຫ້ເປັນຄວາມໜ້າສົນໃຈກັນດີກວ່າ:

1. ການແຕ່ງການ: ການແຕ່ງກາຍອາດບໍ່ແມ່ນຄຳຕອບສຸດທ້າຍກໍ່ຈິງຢູ່ ແຕ່ກໍ່ມັກເປັນສິ່ງທຳອິດ ທີ່ຜູ້ຍິງຈະສະແກນໄດ້ຢ່າງວ່ອງໄວດ້ວຍພິບຕາດຽວ ຕັ້ງແຕ່ຫົວຈົນຮອດຕີນ ເພາະວ່າການແຕ່ງກາຍກັບຜູ້ຍິງເປັນສິ່ງທີ່ຄູ່ກັນ ແລະ ຜູ້ຍິງນັ້ນມັກຝັນເຖິງຊາຍໜຸ່ມໃນຝັນວ່າຈະຕ້ອງແຕ່າງກາຍດີ ບາງທີອາດຈິນຕະນາການໄປເຖິງວ່າ ເວລາໄປໃສມາໃສນຳກັນແລ້ວຈະເຂົ້າຄູ່ເຂົ້າຂາກັນໄດ້ບໍ່ ຫຼື ການແຕ່ງການຈະຂັດກັນຈົນເປັນຕາຫົວຂວັນ.

2. ການບໍລິການກ່ອນ ແລະ ຫຼັງການຂາຍ: ຂໍ້ເສຍຂອງຊາຍໂສດກໍ່ມີຢູ່ວ່າ ມັກເກີໆກະໆ ຄ້າຍຄືກັບເຮັດຫຍັງບໍ່ຄອຍຄ່ອງແຄ້ວປານໃດ ຈົນຝ່າຍຍິງຢາກມີສ່ວນຊ່ວຍເຫຼືອ ແຕ່ຂ່າວຮ້າຍກໍ່ຄື ຜູ້ຍິງໜ້ອຍຄົນທີ່ຈະມັກແບບນັ້ນ ເພາະສ່ວນໃຫຍ່ຢາກເປັນຝ່າຍຢູ່ເສີຍໆ ແລ້ວໃຫ້ຝ່າຍຊາຍເປັນຝ່າຍບໍລິການຫຼາຍກວ່າ ທາງອອກຄື ທ່ານກໍ່ຄວນເປັນວຽກເປັນງານເລື່ອງບໍລິການກໍ່ຫາກດີ ຢ່າງນັ່ງເບິ່ງຢູ່ລ້າ ແລະ ຢ່າລອງໃຈເຂົ້າເຈົ້າດຸຫຼາຍ ເພາະນັ້ນມັນບໍ່ແມ່ນຫົນທາງຂອງສຸພາບບຸລຸດ.

3. ຮູບຮ່າງ, ໜ້າຕາ ແລະ ການຮັກສາຄວາມສະອາດ: ທ່ານຊາຍບໍ່ຈຳເປັນຕ້ອງຮູບຮ່າງດີ, ໜ້າຕາດີຄືກັບທີ່ໄດ້ຈິນຕະນາການໄວ້ກໍ່ໄດ້ ຖ້າທ່ານອອກກຳລັງກາຍ ຫຼື ຄວບຄຸມອາຫານ, ຮັກສາຄວາມສະອາດໃຫ້ດີ ພຽງເທົ່ານີ້ເຂົາເຈົ້າຈະພິຈາລະນາວ່າມີຮູບຮ່າງທີ່ສົມສ່ວນໃນແບບທີ່ທ່ານເປັນຫຼືບໍ່ ແຕ່ທ່ານກໍ່ຢ່າເອົາປຽບເຂົາເຈົ້າຫຼາຍ ດ້ວຍການປ່ອຍປະຕົວເອງ ແຕ່ຜັດຢາກໃຫ້ຝ່າຍຍິງຮັກສາຫຸ່ນ ແລະ ເບິ່ງແຍງຮ່າງກາຍ ແລະ ບາງທີຄວາມສະອາດກໍ່ທົດແທນຮູບລັກສະນະພາຍນອກໄດ້ເຊັ່ນກັນ.

4. Friendly: ການນັ່ງຢູ່ເສີຍໆ ແລະ ຖ້າແຕ່ສັງເກດເຂົາເຈົ້າ ຈະເຮັດໃຫ້ເຂົາເຈົ້າອຶດອັດ ຈົ່ງເລີ່ມຕົ້ນຫາເລື່ອງມາຊວນລົມຢູ່ເລື້ອຍໆ ຖືເປັນການສະແດງອອກເຖິງ "ພາວະຜູ້ນຳ" ຢ່າງໜຶ່ງ ດັ່ງນັ້ນ, ຈົ່ງປ່ອຍຕົວໄປຕາມສະບາຍ ບໍ່ຕ້ອງເຂີນອາຍອັນໃດທັງນັ້ນ ຊວນເຂົາເຈົ້າລົມເລື່ອງນັ້ນເລື່ອງນີ້ ຫຼື ເລື່ອງທີ່ແຊຣ໌ກັນໄດ້ທັງສອງຝ່າຍເຊັ່ນ: ຂ່າວທີ່ຢູ່ໃນກະແສ, ເພງທີ່ກຳລັງດັງ, ໜັງທີ່ກຳລັງຮິດ ຯລຯ ຖາມໄປເຖິງວ່າເຂົາເຈົ້າມັກເບິ່ງໜັງແບບໃດ ຫຼື ມັກພະເອກຄົນໃດ ທ່ານຈະໄດ້ໄຫວຕົວເອງທັນ ເພື່ອປັບໃຫ້ໃກ້ຄຽງກັບຊາຍໃນຝັນຂອງເຂົາເຈົ້າ ແລະ ເມື່ອຝ່າຍຍິງຮູ້ສຶກເຖິງຄວາມເປັນຕົວຂອງຕົວເອງ ບາງທີ່ທ່ານອາດບໍ່ຕ້ອງເມື່ອຍທີ່ຈະເລົ່າ ເພາະຝ່າຍຍິງມັກຈະເປັນວຽກເປັນງານດ້ານການເຈລະນາກວ່າຝ່າຍຊາຍ ພຽງແຕ່ເປີດຕົວໃຫ້ດີໆແລ້ວທຸກຢ່າງຈະຕາມມາ.

5. ຄວາມເປັນສຸພາບບຸລຸດ: ແບບໃດ? ຄືວິຖີຂອງສຸພາບບຸລຸດ ຫຼັກໆກໍ່ຄື ຖ້າຢາກໃຫ້ຄົນອື່ນໃຫ້ກຽດທ່ານ ທ່ານກໍ່ຄວນໃຫ້ກຽດຄົນອື່ນກ່ອນ ບາງທີ່ພຶດຕິກຳທີ່ວ່ານີ້ ກໍ່ສາມາດເບິ່ງໄດ້ຈາກການທີ່ທ່ານປະຕິບັດຕົວກັບຄົນແປກໜ້າແບບໃດ ບໍ່ແມ່ນດີສະເພາະແຕ່ຄົນຮູ້ຈັກ ຫຼື ສະເພາະຄົນຮັກເທົ່ານັ້ນ, ບໍ່ສອງມາດຕະຖານ, ບໍ່ຍົກຕົນຂົ່ມຜູ້ອື່ນ, ບໍ່ສວຍໂອກາດ, ພຶດຕິກຳທັງຕໍ່ໜ້າ ແລະ ຫຼັບຫຼັງຕ້ອງບໍ່ຕ່າງກັນ

6. ຄວາມໝັ້ນໃຈໃນຕົວເອງ: ທ່ານຮູ້ສຶກບໍ່ວ່າ ບາງທີ່ພຽງຄວາມໝັ້ນໃຈກໍ່ມີໄຊໄປກວ່າເຄິ່ງ ເຄັດລັບມີພຽງວ່າ ສະແດງອອກໄປຕາມສັນຊາດຕະຍານ ຢ່າປິດກັ້ນຄວາມຮູ້ສຶກ ຈະເຮັດໃຫ້ຄວາມໝັ້ນໃຈຖືກໃຊ້ຢູ່ເລື້ອຍໆ ແລະ ເຮັດໃຫ້ການສະແດງອອກຍິ່ງຊັດເຈນ ມີຜົນເຮັດໃຫ້ຝ່າຍກົງຂ້າມເກີດຄວາມໝັ້ນໃຈຕາມໄປດ້ວຍ ຕັດສິນໃຈຮ່ວມກັນໄດ້ງ່າຍຂຶ້ນ ສິ່ງນີ້ປຽບດັ່ງໂລກຕິດຕໍ່ລະຫວ່າງກັນແລະກັນ ແຕ່ຖ້າທ່ານບໍ່ໝັ້ນໃຈ ກໍ່ມັກຈະເຮັດໃຫ້ຝ່າຍຍິງບໍ່ໝັ້ນໃຈຕາມໄປນຳ

7. ມີຄວາມເປັນຜູ້ໃຫຍ່ຫຼາຍພໍ: ວຸດທິພາວະທາງອາລົມ ບໍ່ແມ່ນສິ່ງທີ່ຜັນປ່ຽນໄປຕາມໄວ ຄົນທີ່ອາຍຸຫຼາຍຂຶ້ນບໍ່ໄດ້ໝາຍຄວາມວ່າ ເຂົາເຈົ້າຈະສາມາດຄວບຄຸມຕົວເອງໄດ້ດີຂຶ້ນ ຊາຍໜຸ່ມອາຍຸນ້ອຍກໍ່ສາມາດເບິ່ງເປັນຜູ້ໃຫຍ່ໄດ້ເຊັ່ນກັນ ຖ້າມີວຸດທິພາວະເຖິງພ້ອມໃນຫຼາຍໆດ້ານ ບໍ່ວ່າຈະຮັບຟັງເປັນ, ຍອມຮັບຄວາມເຫັນຕ່າງ, ກ້າສະແດງອອກ, ຮັບຜິດຊອບໃນສິ່ງທີ່ເຮັດ ຯລຯ ຄວາມພໍດີໃນສິ່ງເຫຼົ່ານີ້ ເປັນສິ່ງຈຳເປັນສຳລັບຝ່າຍຍິງໃນການພິຈາລະນາຄວາມສຳພັນແບບລັບໆ ວ່າໃນອະນາຄົດນັ້ນ ເຂົາເຈົ້າຈະໄດ້ຮັບການປະຕິບັດຈາກທ່ານແບບໃດ ... ໂດຍທີ່ທ່ານອາດບໍ່ທັນຮູ້ຕົວ.

No comments

Powered by Blogger.