ຍີ່ປຸ່ນສົ່ງດາວທຽມສອດແນມ "ເກົາຫຼີເໜືອ" ດວງໃໝ່ - ອິດສະຫຼະ

ຍີ່ປຸ່ນສົ່ງດາວທຽມສອດແນມ "ເກົາຫຼີເໜືອ" ດວງໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2017 ວ່າ: ຍີ່ປຸ່ນປ່ອຍຈະຫຼວດ H-IIA ນຳດາວທຽມເຣດາຂຶ້ນສູ່ວົງໂຄຈອນສຳເລັດໃນມື້ນີ້ ເພື່ອໃນແທນດາວທຽມສອດແນມລະບົບເຣດາໜຶ່ງໃນສາມດວງທີ່ປ່ອຍຂຶ້ນໄປຕັ້ງແຕ່ປີ 2011

ຍີ່ປຸ່ນເລີ່ມໂຄງການປ່ອຍດາວທຽມສອດແນມຕັ້ງແຕ່ປີ 2003 ຫຼັງຈາກເກົາຫຼີເໜືອຍິງຂີປະນາວຸດນຳວິຖີພິໄສກາງຂ້າມເກາະຍີ່ປຸ່ນໄປຕົກໃນມະຫາສະໝຸດປາຊີຟິກຕາເວັນຕົກເມື່ອປີ 1998 ໄພຈາກເກົາຫຼີເໜືອຕໍ່ຍີ່ປຸ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼ້າສຸດເກົາຫຼີເໜືອໄດ້ຍິງຂີປະນາວຸດ 4 ລູກເມື່ອຕົ້ນເດືອນນີ້ ໃນຈຳນວນ 3 ລູກຕົກໃກ້ກັບຍີ່ປຸ່ນ

ປັດຈຸບັນຍີ່ປຸ່ນມີດາວທຽມລະບົບ Optical 3 ດວງສຳລັບລາດຕະເວນຕອນກາງເວັນ ແລະ ດາວທຽມລະບົບເຣດາ 3 ດວງສຳລັບກວດກາຕອນກາງເວັນ ດາວທຽມເຫຼົ່ານີ້ມີໜ້າທີ່ຢ່າງເປັນທາງການຄືເກັບຂໍ້ມູນ ຫຼື ອີກຢ່າງໜຶ່ງຄືການສອດແນມ.

No comments

Powered by Blogger.