ຂ້າງົວ ໃນລັດຄຸດຊະລາດ ຕິດຄຸກຕະຫຼອດຊີວິດ - ອິດສະຫຼະ

ຂ້າງົວ ໃນລັດຄຸດຊະລາດ ຕິດຄຸກຕະຫຼອດຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 3 ເມສາ 2017 ວ່າ: ລັດຄຸດຊະລາດຂອງອິນເດຍ ເຫັນດີແກ້ໄຂກົດໝາຍຄຸ້ມຄອງສັດຫ້າມຂ້າງົວ ຜູ້ໃດຝາຝືນມີໂທດປັບໃໝເພີ່ມເປັນ 2 ເທົ່າຈາກ 50,000 ຣູປີ ເປັນ 100,000 ຣູປີ ແລະ ຕ້ອງຕິດຄຸກຕະຫຼອດຊີວິດ ສ່ວນຜູ້ທີ່ຂົນຍ້າຍຊີ້ນງົວມີໂທດປັບໃໝເທົ່າກັນ ແລະ ຕ້ອງຕິດຄຸກ 10 ປີ.

ລັດຖະມົນຕີລັດຄຸດຊະລາດ ກ່າວວ່າ ງົວເປັນສັນຍາລັກຂອງວັດທະນະທຳອິນເດຍ ການແກ້ໄຂກົດໝາຍສະບັບນີ້ແມ່ນໄດ້ຜ່ານການປຶກສາຫາລືກັບປະຊາຊົນແລ້ວ ເຊິ່ງງົວຖືເປັນສັດສັກສິດໃນສັງຄົມອິນເດຍທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາຮິນດູ ແລະ ຫຼາຍລັດຫ້າມຂ້າງົວ ແຕ່ວ່າກົດໝາຍໃຫຍ່ຂອງລັດຄຸດຊະລາດຖືເປັນກົດໝາຍກ່ຽວກັບການຂ້າງົວທີ່ຮຸນແຮງທີ່ສຸດຂອງປະເທດໃນຂະນະນີ້ ເຊິ່ງຈະມີຜົນບັງຄັບໃຊ້ເມື່ອຜູ້ວ່າການລັດລົງນາມຮັບຮອງແລ້ວ.

No comments

Powered by Blogger.