ທ່ານນາຍົກຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ - ອິດສະຫຼະ

ທ່ານນາຍົກຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ



ຕອນເຊົ້າວັນທີ 3 ພຶດສະພາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຊິນາໂກະ ຊູຈິຢະ ຫົວໜ້າໂຄສະນາອົບຮົມສູນກາງພັກ LDP ຍີ່ປຸ່ນ, ເລຂາທິການສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 1-3 ພຶດສະພາ 2017.


ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ນາງ ຊິນາໂກະ ຊູຈິຢະ ພ້ອມຄະນະ ໃນຄັ້ງນີ້ ເວົ້າສະເພາະ, ເວົ້າລວມ ແມ່ນການພົວພັນຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແກ່ ສປປ ລາວ ໃນໄລຍະຜ່ານມາ ເຫັນວ່າ ມີຄວາມ ສະເໝີຕົ້ນສະເໝີປາຍ, ນັບມື້ເກີດດອກອອກຜົນ ແລະ ມີຜົນສຳເລັດຢ່າງຈົບງາມ ໂດຍສະເພາະ ບັນດາໂຄງການລົງທຶນ ກໍ່ຄື ການຊ່ວຍເຫຼືອເຫຼົ່ານັ້ນ ລ້ວນແລ້ວແຕ່ມີປະສິດທິຜົນ, ສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງແທ້ຈິງ. ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນ ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນ ບັນດາວຽກງານທີ່ຕິດພັນກັບການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຍີ່ ປຸ່ນ ໃຫ້ທ່ານ ນາງ ຊິນາໂກະ ຊູຈິຢະ ໄດ້ຮັບຊາບ.

ໃນໂອກາດດຽວກັນ, ທ່ານ ນາງ ຊິນາໂກະ ຊູຈິຢະ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງທ່ານນາຍົກ ລັດຖະມົນຕີໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງ ແລະ ໝາກຜົນ ຂອງການ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ.

No comments

Powered by Blogger.